莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແນະ​ນຳ​ສິ່ງ​ທຳ​ອິດ​ຂອງ ສ​ປ ຈີນ: ລົບ​ລ້າງ​ການ​ກືກ​ໜັງ​ສື​ແລະ​ການ​ເສັງ​​ຂັ້ນ​ມະ​ຫາວິ​ທະ​ຍາ​ໄລ​ເປັນ​ເອ​ກະ​ພາບ​ກັນ​ໃນ​ທົ່ວ​ປະ​ເທດ​ຈີນ

2019-09-06 11:08:23 cri

ແນະ​ນຳສິ່ງ​ທຳ​ອິດ​ຂອງ ສ​ປ ຈີນ, ພາ​ທ່ານ​ໄປ​ຮູ້​ຈັກ​ກັບ​ຜົນ​ສຳ​ເລັດ​ການ​ພັດ​ທະ​ນາ​ໃນ​ໄລ​ຍະ 70 ປີ​ຂອງ​ ສ​ປ ຈີນ. ​ຄຳ​ສັບ​ຕົ້ນ​ຕໍ​ໃນ​ມື້ນີ້​ແມ່ນ: “ລົບ​ລ້າງ​ການ​ກືກ​ໜັງ​ສື​ແລະ​ການ​ເສັງ​​ຂັ້ນ​ມະ​ຫາວິ​ທະ​ຍາ​ໄລ​ເປັນ​ເອ​ກະ​ພາບ​ກັນ​ໃນ​ທົ່ວ​ປະ​ເທດ​ຈີນ”.

圖片默認標題_fororder_微信圖片_20190906143504

圖片默認標題_fororder_微信圖片_20190906143514

 

ໃນ​ເວ​ລາ​ຫາກໍ່​ສະ​ຖາ​ປະ​ນາ ສ​ປ ຈີນ, ປະ​ຊາ​ກອນ​ຈີນຫຼາຍກວ່າ 80% ແມ່ນ​ກືກ​ໜັງ​ສື. ປີ 1952, ວິ​ທີ​ການ​ຮຽນ​ຮູ້​ຕົວ​ອັກ​ສອນຈີນຢ່າງວ່ອງ​ໄວ​ ໄດ້​ຮັບ​ການ​ເຜີຍ​ແຜ່​​ໄປໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ໂດຍ​ຜ່ານ​ການ​ດຳ​ເນີນ​ກິດ​ຈະ​ກຳ​ລົບ​ລ້າງ​ການ​ກືກ​ໜັງ​ສື​ທົ່ວ​ປະ​ເທດ​ຂະ​ໜາດ​ໃຫຍ່ 3 ຄັ້ງ, ຮອດ​ທ້າຍ​ຊຸມ​ປີ 1950, ຈີນ​ໄດ້​ລົບ​ລ້າງ​ການ​ກືກ​ໜັງ​ສື​ເກືອບ 30 ລ້ານ​ຄົນ.

ເຊັ່ນ​ດຽວ​ກັນ​ໃນ​ປີ 1952, ໂດຍ​ອີງ​ຕາມ​ຄວາມ​ຕ້ອງ​ການ​ໃນ​ການ​ສ້າງ​ສາ​ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ, ສ​ປ ຈີນ​ທີ່​ທຸກ​ຢ່າງກໍ່​ຕ້ອງ​ເລີ່ມ​ສ້າງ​ຂຶ້ນ​ໃໝ່​ນັ້ນ ໄດ້​ດຳ​ເນີນ​ການ​ປັບ​ປຸງ​​ຂະ​ໜາດໃຫຍ່​​ຕໍ່​ມະ​ຫາ​ວິ​ທະ​ຍາ​ໄລ​ແລະ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ຕ່າງໆ. ເດືອນ​ສິງ​ຫາ​ປີ 1952 ໄດ້​ຈັດ​ການ​ເສັງ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດ. ລະ​​ບຽບ​ການ​ສອບ​ເສັງ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ​​ຢ່າງເປັນ​ເອ​ກະ​ພາບ​ກັນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​​ໄດ້​ສ້າງ​ຕັ້ງ​​ຂຶ້ນໃນ​ເວ​ລານັ້ນ ໄດ້​ກໍ່​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​​ອອກ​ມາ​ຮັບ​ໃຊ້​ການ​ສ້າງ​ສາ​ປະ​ເທດ​ຂອງ​ຈີນ​ຢ່າງ​ບໍ່​ຢຸດຢັ້ງ.

ປີ 2001, ຈີນ​ໄດ້​ປະ​ກາດ​ວ່າ: ​ການ​ເຜີຍ​ແຜ່​ການ​ສຶກ​ສາ​ພາກ​ບັງ​ຄັບ 9 ປີ ​​ແລະ​ເປົ້າ​ໝາຍ​​ລົບ​ລ້າງ​​ການ​ກືກ​ໜັງ​ສື​ໃຫ້​ແກ່ຊາວ​ໜຸ່ມ​ແລະ​ໄວ​ກາງ​ຄົນໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຮອບ​ດ້ານ. ປີ 2018, ຈີນ​ມີ​ນັກ​ສຶກ​ສາ​ທີ່​ກຳ​ລັງ​ຮຽນ​ທຸກ​ລະ​ດັບ​ທຸກ​ປະ​ເພດ​ແລະ​ທຸກ​ປະ​ລິ​ຍາ​ໃນ​ໂຮງ​ຮຽນ​ຊັ້ນ​ສູງ​ ລວມ 276 ລ້ານ​ຄົນ, ອັດ​ຕາ​ເຂົ້າ​ຮຽນ​​ຊັ້ນ​ສູງ​ຂອງ​ຈີນ​ກວມ 48,1%. ສ​ປ ຈີນ​ໄດ້​ບັນ​ລຸ​​ຜົນ​ສຳ​ເລັດ​ດ້ານ​ການ​ສຶກ​ສາ​ແບບ​ກ້າວ​ກະ​ໂດດ​​ຂັ້ນ​ໃນປະ​ຫວັດ​ສາດ​ຈາກ​ປະ​ເທດ​ໃຫຍ່​​ທີ່​ເຄີຍ​ກືກ​ໜັງ​ສື​​ກາຍ​ເປັນ​ປະ​ເທດ​ໃຫຍ່​ດ້ານ​ການ​ສຶກ​ສາ.

 

圖片默認標題_fororder_微信圖片_20190906143457

 

圖片默認標題_fororder_微信圖片_20190906143523

 

圖片默認標題_fororder_微信圖片_20190906143534

ຄຳ​ເຫັນ

0