李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

(ແນະ​ນຳ​ຈີນ​ດ້ວຍ​ຂໍ້​ມູນ) ສິ່ງ​ທຳ​ອິດ​ຂອງ ສ​ປ ຈີນ: ຂົວ​ແມ່​ນ້ຳ​ຢາງ​ຊີ​ກຽງ​ນານ​ກິ່ງ

2019-09-11 16:26:39 cri

    ສິ່ງ​ທຳ​ອິດ​ຂອງ ສ​ປ ຈີນ, ມື້ນີ້​ຈະພາ​ທ່ານ​ໄປ​​ຮູ້​ຈັກ​ກັບຜົນສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ຂອງ ສ​ປ ຈີນ​ໃນ​ຮອບ 70 ປີ. ຄຳ​ສັບ​ສຳ​ຄັນ​ໃນ​ມື້ນີ້​ຄື: ຂົວ​ແມ່​ນ້ຳ​ຢາງ​ຊີ​ກຽງ​ນານ​ກິ່ງ.

    ຂົວ​ແມ່​ນ້ຳຢາງ​ຊີ​ກຽງ​ນານ​ກິ່ງ ໄດ້​ເລີ່ມ​ສ້າງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 1960 ແລະ​ສ້າງ​ສຳ​ເລັດ​ໃນ​ສ່ວນ​ທີ່ເປີດ​ບໍ​ລິ​ການ​​ເສັ້ນ​ທາງ​ລົດ​ໄຟ​ສາ​ກ່ອນ​ໃນ​ວັນ​ທີ 30 ກັນ​ຍາ​ປີ 1968. ມາ​ຮອດ​ວັນ​ທີ 29 ທັນ​ວາ​ປີ​ດຽວ​ກັນ, ​ໃນ​ສ່ວນ​ຂອງເສັ້ນ​ທາງຫຼວງ​ກໍ​ໄດ້​ເປີ​ດ​ບໍ​ລິ​ການ​ເຊັ່ນ​ກັນ.

    ຂົວ​ແມ່​ນ້ຳ​ຢາງ​ຊີ​ກຽງ​ນານ​ກິ່ງ ແມ່ນ​ຂົວ​ທາງຫຼວງ​ແລະ​ທາງ​ລົດ​ໄຟ​ໃຫຍ່​ເປັນພິ​ເສດ​ທີ່​ຈີນອອ​ກ​ແບບ​ແລະ​ກໍ່​ສ້າງ​​ດ້ວຍ​ຕົນ​ເອງ​ແຫ່ງ​ທຳ​ອິດ ທັງ​ໄດ້​ນຳ​ໃຊ້​ວັດ​ສະ​ດຸ​ທີ່​ຈີນ​ຜະ​ລິດ​ເອງ​ທັງ​ໝົດ. ການ​ສ້າງ​ຂົວ​ດັ່ງ​ກ່າວ​ໃຫ້​ສຳ​ເລັດ ໄດ້​​ລົບ​ລ້າງ​ຄຳ​ເວົ້າ​ແບບ​​ປະ​ໝາດຂອງ​ຜູ້​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ທີ່​​ເວົ້າວ່າ “ສ້າງ​ຂົວ​ຢູ່​ເທິງ​ແມ່ນ້ຳ​ຢາງ​ຊີ​ກຽງ​ຕອນ​ນານ​ກິ່ງ​ບໍ່​ໄດ້ດອກ”, ແລະ​ເປັນ​ການ​ເປີດ​ສັງ​ກາດ​ໃໝ່​ແຫ່ງ​ການ​ສ້າງ​ຂົວ​ໃຫຍ່​ດ້ວຍ​ກຳ​ລັງ​ແຮງ​ຂອງ​ຈີນເອງ ແລະ​ກາຍ​ເປັນຂີດ​ໝາຍ​​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ການ​ສ້າງ​ຂົວ​ຂອງ​ຈີນ.

    ການ​ສ້າງ​ຂົວ​ຂອງ ສ​ປ ຈີນ​ໄດ້​ຮັບ​ການປະ​ດິດ​ສ້າງ​ໃໝ່​ແລະ​ບຸກ​ທະ​ລຸຢ່າງ​ບໍ່​ຢຸດຢັ້ງ. ຕາມ​ສະ​ຖິ​ຕິ, ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ຂົວ​ຍາວຫຼາຍກວ່າ​ເຄິ່ງ​ໜຶ່ງ​ໃນ​ໂລກ ລ້ວນ​ແຕ່​​ຖືກ​ສ້າງ​ຂຶ້ນ​ຢູ່​ຈີນ, ສ່ວນ​ຂົວ​ຊະ​ນິດ​ຕ່າງໆ​ທີ່​ຢູ່​ໃນ 10 ອັນ​ດັບ​ຂອງ​ໂລກນັ້ນ, ມີຫຼາຍກວ່າ​ເຄິ່ງ​ໜຶ່ງ​ແມ່ນ​ສ້າງ​ຂຶ້ນ​ໂດຍ​ຈີນ.

ຄຳ​ເຫັນ

0