李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

(ແນະ​ນຳ​ຈີນ​ດ້ວຍ​ຂໍ້​ມູນ) ສິ່ງ​ທຳ​ອິດ​ຂອງ ສ​ປ ຈີນ: ເຮືອ​ບິນ​ໃຫຍ່

2019-09-12 10:43:44 cri

    ສິ່ງ​ທຳ​ອິດ​ຂອງ ສ​ປ ຈີນ, ມື້ນີ້​ຈະພາ​ທ່ານ​ໄປ​​ຮູ້​ຈັກ​ກັບຜົນສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ຂອງ ສ​ປ ຈີນ​ໃນ​ຮອບ 70 ປີ. ຄຳ​ສັບ​ສຳ​ຄັນ​ໃນ​ມື້ນີ້​ຄື: ​ເຮືອ​ບິນ​ໃຫຍ່.

    ວັນ​ທີ 26 ກັນ​ຍາ​ປີ 1980, ເຮືອ​ບິນ Y10 ເຊິ່ງ​ເປັນ​ເຮືອ​ບິນ​ໂດຍ​ສານແບບ​ອາຍ​ພົ່ນ​ຂະ​ໜາດ​ໃຫຍ່​ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອງ​ລຳ​ທຳ​ອິດ ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ການ​ບິນ​ຄັ້ງ​ທຳ​ອິດ. ແຕ່ຫຼັ​ງ​ຈາກນັ້ນ ຍ້ອນ​ສາ​ເຫດ​ຕ່າງໆ, ໂຄງ​ການ​ດັ່ງ​ກ່າວ​ໄດ້​ຖືກ​ໂຈະ​ໄວ້.

    ເດືອນ​ມິ​ຖຸ​ນາ​ປີ 2016, ເຮືອ​ບິນ ARJ21 ເຊິ່ງ​ເປັນ​ເຮືອ​ບິນ​ໂດຍ​ສານ​ອາຍ​ພົ່ນ​ຂະ​ໜາດ​ນ້ອຍທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອງ​​ລຸ້ນ​ທຳ​ອິດ ແລະໄດ້ຮັບ​ໃຊ້​ການ​ດຳ​ເນີນ​ທຸ​ລະ​ກິດ, ​​ອັນໄດ້​ທັບ​ມ້າງ​ສະ​ຖາ​ນະ​ພາບ​ແຫ່ງ​ການ​ຜູກ​ຂາດ​ຂອງ​ໂຮງ​ງານ​ຜະ​ລິດ​ເຮືອ​ບິນ​ຕ່າງ​ປະ​ເທດ​ຢູ່​ຕະຫຼາດ​ການ​ບິນ​ພົນ​ລະ​ເຮືອນ​ຈີນ.

    ວັນ​ທີ 5 ​ພຶດ​ສະ​ພາ​ປີ 2017, ເຮືອ​ບິນ C919 ເຊິ່ງ​ເປັນ​ເຮືອ​ບິນ​ໂດຍ​ສານແບບ​ອາຍ​ພົ່ນ​ຂະ​ໜາດ​ໃຫຍ່​ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອງ​ໂດຍ​ນຳ​ໃຊ້​ເຕັກ​ນິກ​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ​ແລະ​ມີ​ຊັບ​ສິນ​ທາງ​ປັນ​ຍາ​​ເປັນຂອງ​ຕົນເອງລຸ້ນ​ທຳ​ອິດ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ບິນ​ຄັ້ງ​ທຳ​ອິດ, ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ໄດ້​ມີ​ຄວາມ​ສາ​ມາດ​ຕົ້ນ​ຕໍ​ໃນ​ການ​ຄົ້ນ​ຄວ້າ​ຜະ​ລິດ​ເຮືອ​ບິນ​ສຳ​ລັບ​ເສັ້ນ​ທາງ​ການ​ບິນ​ຕົ້ນ​ຕໍ​ໃນ​ຍຸກ​ໃໝ່​ຢ່າງ​ແທ້​ຈິງ.

    ປັດ​ຈຸ​ບັນ, ເຮືອ​ບິນ C919 ພວມ​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ເສັ້ນ​ທາງ​ການ​ບິນ. ຕາມ​ການ​ຄາດ​ຄະ​ເນ, ໃນ 20 ປີ​ຕໍ່​ໜ້າ, ຈີນ​ຈະ​ນຳ​ໃຊ້​ເຮືອ​ບິນ​ໃໝ່ 9 ພັນ​ກວ່າ​ລຳ ເຊິ່ງ​ຈະ​ກວມ 22% ຂອງ​ໂລກ.

ຄຳ​ເຫັນ

0