趙曉虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜີນ​ປະ​ກອ​ບ​ຄຳ​ເຫັນ​ສຳ​ຄັນ​ໃນ​ກອງ​ປະ​ຊຸມ​ວຽກ​ງານ​ສະ​ພາ​ປຶກ​ສາ​ການ​ເມືອງ​ສູນ​ກາງ ກໍ່​ຄື​ການ​ສະ​ຫຼອງວັນ​ສ້າງ​ຕັ້ງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄົບ​ຮອບ 70 ປີ

2019-09-22 15:01:12 CRI

 

圖片默認標題_fororder_zx

ກອງ​ປະ​ຊຸມ​ວຽກ​ງານ​ສະ​ພາ​ປຶກ​ສາ​ການ​ເມືອງ​ສູນ​ກາງ​ຈີນ ຄື​ກອງ​ປະ​ຊຸມ​ສະ​ຫຼອງວັ​ນ​ສ້າງ​ຕັ້ງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄົບ​ຮອບ 70 ປີ ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 20 ກັນຍານີ້ ໂດຍ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິ​ດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທ​ະ​ຫານ​ສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມ ແລະ​ໄດ້​ປະ​ກອບ​ຄຳ​ເຫັນ​ຢ່າງ​ສຳ​ຄັນ. ທ່ານ​ກ່າວ​ເນັ້ນ​ວ່າ, ການ​ເພີ່ມ​ທະ​ວີ​ແລະ​ປັບ​ປຸງວຽກ​ງານ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ໃນ​ຍຸກ​ໃໝ່ ຕ້ອງ​ຖື​ການ​ຍຶດ​ໝັ້ນ​ແລະ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ເປັນ​ສາຍ​ຫຼັກ​ໃນ​ການ​ປັບ​ປຸງ​ພື້ນ​ຖານ​ແນວ​ຄິດ​ການ​ເມືອງ​ທີ່​ຮ່ວມ​ກັນ, ຖື​ການ​ຮັບ​ໃຊ້​ການ​ບັນ​ລຸ​ເປົ້າ​ໝາຍ 100 ປີສອງ​ປ​ະ​ການ​ເປັນ​ຕົວ​ຫຼັກ​ໃນ​ການ​ເຮັດ​ວຽກ, ຖື​ການ​ເພີ່ມ​ທະ​ວີ​ການ​ນຳ​ພາ​ດ້ານ​ແນວ​ຄິດ​ການ​ເມືອງ, ເຕົ້າ​ໂຮມ​ຄວາມ​ເປັນ​ເອ​ກະ​ພາ​ກັນ​ເປັນ​ເນື້ອ​ໃນ​ໃຈ​ກາງ​ຂອງວຽກ​ກ​ງານ, ຍຶດ​ໝັ້ນ​ໃນ​ສອງ​ຫົວ​ຂໍ້​ຫຼັກ​ຄື: ສາ​ມັກ​​ຄີ​ແລະ​ປະ​ຊາ​ທິ​ປະ​ໄຕ, ຍົກ​ລະ​ດັບ​ການ​ປຶກ​ສາ​ການ​ເມືອງ  ​ຕິດ​ຕາມ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ​ ແລະ​ເຂົ້າ​ຮ່ວມ​ການ​ເມືອງ​ໃຫ້​ສູງ​ຂຶ້ນ, ຍຶດ​ໝັ້ນ​ລະ​ບຽບ​ການ​ໃຫ້​ປ​ະ​ຊາ​ຊົນ​ປຶກ​ສາ​ວຽກ​ຮ່ວມ​ກັນ​ໃຫ້​ດີ, ເຮັດ​ພາ​ລະ​ກິດ​ປຶກ​ສາ​ການ​ເມືອງ​ຂອງ​ປະ​ຊາ​ຊົນ​ໃຫ້​ດີ, ຮັບ​ໜ້າ​ທີ່ຮັບ​ຜິດ​ຊອບ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຂອງ​ສູນ​ກາງ​ພັກ​ໃຫ້​ດີ ແລະ​ເຕົ້າ​ໂຮມ​ສະ​ຕິ​ປັນ​ຍາ​ແລະ​ກຳ​ລັງ​ຂອງ​ລູກ​ຫຼານ​ເຊື້ອ​ຊາດ​ຈີນ​ຢູ່​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໃຫ້​ດີ, ເພື່ອ​ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ການ​ຍາດ​ເອົາ​ໄຊ​ຊະ​ໃນ​ການ​ສ້າງ​ເປັນ​ສັງ​ຄົມ​ອິ່ມ​ໜາມ​ສຳ​ລາ​ນ​ຢ່າງ​ຮອບ​ດ້ານແລະ​ສ້າງ​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ເຂັ້ມ​ແຂງ​ທັນ​ສະ​ໄໝ.

ຄຳ​ເຫັນ

0