吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານສະ​ເຫຼີມ​ສະ​ຫຼອງວັນ​ສະ​ຖາ​ປະ​ນາ ສ​ປ ຈີນ​ຄົບ​ຮອບ 70 ປີ​ຈັດ​ຂຶ້ນຢ່າງ​ຍິ່ງ​ໃຫຍ່​ຄືກ​ຄື້ນ

2019-10-01 15:57:33 CRI

​ຕອນ​ເຊົ້າວັນ​ທີ 1 ຕຸ​ລາ​ນີ້, ​​ງານສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ ສ​ປ ຈີນ​ຄົບ​ຮອບ 70 ປີ​, ​ພິ​ທີ​ສວນສະ​ໜາມ​ທີ່​ຍິ່ງ​ໃຫຍ່​ມະ​ໂຫລານ​ແລະ​ການ​ແຫ່​ຂະ​ບວນມວນ​ຊົນໄດ້​ຈັດ​ຂຶ້ນ​ຢູ່​ສະ​ໜາມຫຼວງ​ທ່ຽນ​ອ່ານ​ເໝີນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ.

ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​, ປະ​ທານ​ຄະ​ນະ​ກຳ​ມ​ະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ປາ​ໄສ​ສຳ​ຄັນ ແລະ​​ກວດ​ແຖວ​ທະ​ຫານ​. ທ່ານ​ກ່າວ​ເນັ້ນ​ວ່າ, ໃນ 70 ປີ​ມາ​ນີ້, ປະ​ຊາ​ຊົນ​ຈີນ​ຮ່ວມ​ຈິດ​ຮ່ວມ​ໃຈ, ​ບາກ​ບັ່ນ​ສູ້​ຊົນ​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ທີ່​ເຮັດ​ໃຫ້​ໂລກ​ເບິ່ງ​ດ້ວຍ​ສາຍ​ຕາ​ໃໝ່. ​ຊູ່ມື້​ນີ້, ສັງ​ຄົມ​ນິ​ຍົມຈີນ​ໄດ້​ຕັ້ງ​​ສະ​ຫງ່າ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ໂລກ, ​ເຊິ່ງບໍ່​ມີ​​ກ້ອນກຳ​ລັງ​ໃດ​ທີ່​ສາ​ມາດ​ສັ່ນ​ຄອນ​ຖາ​ນະ​ຂອງ​ຈີນ​ແລະ​ສາ​ມາດສະ​ກັດ​ກັ້ນ​​ຄວາມ​ກ້າວ​ໜ້າ​ຂອງປະ​ຊາ​ຊົນ​ຈີນ​ແລະ​ຊົນ​ຊາດ​ຈີນ. ​ນອກ​ນີ້, ທ່ານ​ສີ​ຈິ້ນ​ຜິງ​​ຍັງຊີ້​ອອກວ່າ, ກ່ອນ​ໜ້າ​ນີ້ 70 ປີ, ການ​​ສະ​ຖາ​ປະ​ນາຂອງສ​ປ ຈີນ​ໄດ້​ປ່ຽນ​ແປງ​ໂຊກ​ຊະ​ຕາ​ທີ່​ໜ້າ​ສັງ​ເວດ​ທີ່​ທຸກ​ຍາກ​ລຳ​ບາດ​ແລະ​ຖືກ​ຂົ່ມ​ເຫັງ 100 ກວ່າ​ປີ​ພາຍ​ຫຼັງ​ປະ​ຫວັດ​ສາດ​ກ້າວ​ເຂົ້າ​ສູ່ສະ​ໄໝ​ໃໝ່, ຊົນ​ຊາດ​ຈີນ​ໄດ້​​ກ້າວໄປ​ສູ່​ເສັ້ນ​ທາງ​ກວ້າງໃຫຍ່​​ທີ່​ບັນ​ລຸ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຄືນ​ໃຫມ່​ທີ່​ຍິ່ງ​ໃຫຍ່.

ທ່ານ​ເວົ້າ​ວ່າ: ຕະຫຼອດໄລຍະ 70 ປີຜ່ານມາ, ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ຈີນ​ຮ່ວມ​ຈິດ​ຮ່ວມ​​ໃຈ​ກັນ, ສູ້​ຊົນ​ຢ່າງທໍລະ​ທົດ​ອົດທົນ ​ແລະໄດ້​ຮັບ​ໝາກຜົນ​ອັນ​ຍິ່ງ​ໃຫຍ່​ທີ່​ເຮັດ​​ໃຫ້​ໂລກ​ເບິ່ງ​ດ້ວຍ​ສາຍຕາ​ໃໝ່​ຊູ່​ມື້​ນີ້, ​ສັງຄົມ​ນິຍົມຈີນ​ໄດ້​​ຕັ້ງສະຫງ່າ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ໂລກ, ​ເຊິ່ງບໍ່​ມີກ້ອນ​ກຳລັງ​​ໃດ​ທີ່ສາມາດສັ່ນ​ຄອນ​ຖານະ​ຂອງປະ​ເທດ​ຈີນ​ທີ່​ຍິ່ງ​ໃຫຍ່​ຂອງ​ພວກ​ເຮົາ​ໄດ້, ບໍ່​ມີກ້ອນ​ກຳລັງ​​ໃດ​ທີ່​ສາມາດ​ກີດຂວາງ​ຄວາມ​ກ້າວໜ້າ​ຂອງ​ປະຊາຊົນ ​ແລະ​ຊົນ​ຊາດ​ຈີນ​ໄດ້.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນຕື່ມ​ອີກ​ວ່າ: ​ບົນ​​ເສັ້ນທາງ​ກ້າວໜ້າ​ຂອງ​ຈີນ, ຕ້ອງ​ຍຶດໝັ້ນ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ, ຍຶດໝັ້ນ​ຖານະ​ໃຈກາ​ງ​ຂອງ​ປະຊາຊົນ, ຍຶດໝັ້ນ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ຜັນ​ຂະຫຍາຍ ​ແລະຈັດ​ຕັ້ງ​ປະຕິບັດ​ທິດ​ສະ​ດີ​ພື້ນຖານ​, ​ເສັ້ນທາງ​ພື້ນຖານ ​ແລະຍຸດ​ທະ​ສາດ​ພື້ນຖານຂອງ​ພັກ​ກອມ​ມູນິດ​ຈີນ, ຕອນ​ສະໜອງ​ຕາມ​ຄວາມ​ມຸ້ງ​ມາດ​ປາຖະໜາຂອງ​ປະຊາຊົນ​ທີ່​ມີ​ຕໍ່​ຊີວິດ​ການ​ເປັນ​ຢູ່​ທີ່​ດີ ​ແລະ​​ສ້າງ​ຜົນສຳ​ເລັດ​ໃໝ່ອັນ​ຍິ່ງ​ໃຫຍ່​ຄັ້ງ​ປະຫວັດສາດຢ່າງ​ບໍ່​ຢຸດ​ຢັ້ງ. ຂະນະ​ດຽວ​ກັນ​ທ່ານຍັງ​ກ່າວ​ຕື່ມວ່າ:

“ບົນ​ເສັ້ນ​ທາງ​ກ້າວ​ເດີນ​ໄປ​ໜ້າ, ພວກ​ເຮົາ​ຕ້ອງ​ຍຶດ​ໝັ້ນ​ທິດ​ທາງ “ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ສັນ​ຕິ ແລະ ປະ​ເທດ​ດຽວ​ສອງ​ລະ​ບອບ”, ປົກ​ປັກ​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ສະ​ຖຽນ​ລະ​ພາບ​ຖາ​ວອນ​ຂອງ​ຮົງ​ກົງ ແລະ ມາ​ກາວ, ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​​ໃຫ້ຂະ​ຫຍາຍ​ຕົວ​ໂດຍ​ສັນ​ຕິ, ສາ​ມັກ​ຄີ​ພີ່​ນ້ອງ​ປະ​ຊາ​ຊາດ​ຈີນ​ທຸກ​ຖ້ວ​ນ​ໜ້າ, ສືບ​ຕໍ່​ບາ​ກ​ບັ່ນ​ສູ້​ຊົນ ເພື່ອ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ຢ່າງ​ສົມ​ບູນ. ​ບົນ​ເສັ້ນ​ທາງກ້າວ​ເດີນ​ໄປ​ໜ້າ, ພວກ​ເຮົາ​ຕ້ອງ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ປະ​ຕິ​ບັດ​ຍຸດ​ທະ​ສາດ​ເປີດ​ປະ​ຕູ​ສູ່​ພາຍນອກ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສືບ​ຕໍ່​ຮ່ວມ​ກັບ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ພື່ອ​ຮ່ວມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.”

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​​ອີກວ່າ, ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ແລະ ກອງ​ກຳ​ລັງ​ຕຳຫຼວດ​ປະ​ກອບ​ອາ​ວຸດ​ຈີນ​ຕ້ອງ​ຮັກ​ສ​າ​ລັກ​ສະ​ນະ, ​ຈຸດ​ປະ​ສົງ ແລະ ທາດ​ແທ້​ຂອງກອງ​ທັບ​ປະ​ຊາ​ຊົນ​ຕະຫຼອດ​ການ, ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​, ຄວາມ​ໝັ້ນ​ຄົງ ແລະ ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ແຫ່ງ​ຊາດ; ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ. ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ, ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ​ທ່ານ​ນີ້​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​​ຈົ່ງ​ສາ​ມັກ​ຄີ​ເປັນ​ປຶກ​ແຜ່ນ​ແໜ້ນ​ໜາ ເພື່ອ​ບັນ​ລຸ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ.

ທ່ານ​ກ່າວ​ວ່າ: “ຈີນ​ໃນ​ອະ​ດີດ​ໄດ້​ຈາ​ລຶກ​ໄວ້​ໃນ​ປະ​ຫວັດ​ສາດ​ຂອງມວນ​ມະ​ນຸດ, ແລະ​ຊູ່​ມື້​ນີ້ ປະ​ຊາ​ຊົນ​ຈີນ1.400 ລ້ານ​ຄົນ​ພວມ​ສ້າງ​ສາ​ພັດ​ທະ​ນາ​ໃຫ້​ກ້າວ​ຂຶ້ນ​ເລື້ອຍໆ, ຈີນ​ໃນ​ອະ​ນາ​ຄົດ​ຍ່ອມ​ຈະ​ສວຍດີ​ງາມກວ່າ​ເກົ່າ. ທົ່ວ​ພັກ, ທົ່ວ​ກອງ​ທັບ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົາ​ໃນ​ທົ່ວ​ປະ​ເທດ​​ຕ້ອ​ງ​ສາ​ມັກ​ຄີ​ຢ່າງ​ແໜ້ນ​ແຟ້ນກວ່າ​ເກົ່າ, ບໍ່ລືມ​ອຸ​ດົມ​ການ​​ແຕ່​ຫົວ​ທີ, ຈົດ​ຈຳພາ​ລະ​ກຳ, ສືບ​ຕໍ່​ພັດ​ທະ​ນາ ແລະ ປັບ​ປຸງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ຂອງ​ພວກ​ເຮົາ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ, ສືບ​ຕໍ່​ບາກ​ບັ່ນ​ສູ້​ຊົນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ “ໜຶ່ງ​ຮ້ອຍ​ປີ​ສອງ​ເຫດ​ການ”, ບາກ​ບັ່ນ​ສູ້ນ​ຊົນ​ເພື່ອ​ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ຈີນ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ຊົນຊາດ​ຈີນ.”

 

圖片默認標題_fororder_1125063185_15698997362551n

ຄຳ​ເຫັນ

0