蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂ້ອຍ​ຢູ່​​ສະ​ໜາມຫຼວງ ແຕ່​ຂ້ອຍ​ພຽງ​ສາ​ມາດ​ຟັງ​ການ​ສວນ​ສະ​ໜາມ​ເທົ່າ​ນັ້ນ

2019-10-02 16:24:52 CRI

圖片默認標題_fororder_志願者__172.100.100.3_temp_6019_1_6019_1_1_4421064f-dc14-4a6a-a388-64e9b42666a7.JPG

ນາງ​ຮວງ​ເສິງ​ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮ​ວາ​ເປັນ​ອາ​ສາ​ສະ​ໝັກ​ໃນ​ງານ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ ສ​ປ ຈີນ​ຄົບ​ຮອບ 70 ປີ. ການ​ສາ​ມາດ​ເຂົ້າ​ເປັນ​ອາ​ສາ​ສະ​ໝັກ​ໃນ​ງານ​ດັ່ງ​ກ່າວ, ນາງ​ຮູ້​ສຶກເປັນ​ກຽດ ແລະ ພາກ​ພູ​ມ​ໃຈ​ທີ່​ສຸດ. ນາງ​ເປັນ​ອາ​ສາ​ສະ​ໝັກ​ຢູ່​ເຂດ​ບ່ອນ​ນັ່ງ​ຂອງ​ແຂກ​ຜູ້​ມີ​ກຽດ, ພາຍຫຼັງ​ງານ​ເລີ່ມ​ຕົ້ນ​ຢ່າງ​ເປັນ​ທາງ​ການ​ແລ້ວ, ນາງ​ຕ້ອງ​ຖອນ​ໄປ​​ຢູ່​ທາງຫຼັງ​ຂອງ​ເຂດ​ບ່ອນ​ນັ່ງ, ບໍ່​ສາ​ມາດເບິ່ງ​ພິ​ທີສວນ​ສະ​ໜາມ​ທີ່​ໃຫຍ່​ໂຕ​ມະ​ໂຫລານ, ຍ້ອນ​ມີ​ກຳ​ແພງ​ຂັ້ນ​ໄວ້, ພຽງ​ແຕ່​ໄດ້​ຍິນ​ສຽງ​ຂອງ​ງານ​ເທົ່າ​ນັ້ນ. ໃນ​ຖາ​ນະ​ເປັນ​ຜູ້​ຕາງ​ໜ້າ​ຂອງ​ອາ​ສາ​ສະ​ໝັກ​ໄວ​ໜຸ່ມ, ນາງ​ຮວງ​ເສິງ​ກ່າວ​ວ່າ, ພວກ​ເຮົາ​ໄດ້​ກຽມ​ພ້ອມ​ມາ​ກ່ອນແລ້ວ ເພື່ອ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ຍຸກ​ສະ​ໄໝ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເທດ​ມານ​ດາ​ທີ່​ຮັກ​ແພງ.

ຕາມ​ສະ​ຖິ​ຕິ, ອາ​ສາ​ສະ​ໝັກ​ໃນ​ງານ​ປີ​ນີ້​ມີ​ໝື່ນກວ່າ​ຄົນ, ສ່ວນຫຼາຍ​ຈະ​ເປັນ​ໄວ່​ໜຸ່ມ​ທີ່​ເກີດ​ຊຸມ​ປີ 1990 ແລະ ເກີດຫຼັງ​ປີ 2000, ໃນ​ນັ້ນ, ໄວ​ໜຸ່ມ​ທີ່​ເກີດ​ຊຸມ​ປີ 1990 ໄດ້​ກວມ 63% ແລະ ຜູ້​ເກີດຫຼັງ​ປີ 2000 ມີ​ປະ​ມານ 30%.

圖片默認標題_fororder_志願者__172.100.100.3_temp_6019_1_6019_1_6016_f78bc749-b9c0-4e85-838f-a80bc9f6f661

ຄຳ​ເຫັນ

0