吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່​ມວນຊົນ​ຕົ້ນຕໍ​ຂອງ​ໄທ​ລາຍ​ງານ​ສົດ​ຕໍ່​ງານ​ສະ​ເຫຼີ​ມສະຫຼອງ​ວັນ​ສະຖາປະນາ​ສປ ຈີນ​ຄົບຮອບ 70 ປີ

2019-10-05 16:56:01 CRI

ວັນ​ທີ 1 ຕຸລາ​ນີ້, ຢູ່​ສະໜາມ​ຫຼວງ​ທ່ຽນ​ອ່ານ​ເມິ​ນນະຄອນຫຼວງ​ປັກ​ກິ່ງ​ໄດ້​ຈັດ​ງານ​ສະ​ເຫຼີ​ມສະຫຼອງ​ວັນ​ສະຖາປະນາ​ສປ ຈີນ​ຄົບຮອບ 70 ປີ ​ກໍ​ຄື​ພິທີ​ສວນສະໜາມ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ໄສ​ທີ່​ສຳຄັນ​. ສື່​ມວນ​ຊົນ​ຕົ້ນຕໍ​ຂອງ​ໄທ​​ໄດ້ລາຍ​ງານ​ສົດ​ຕໍ່​ງານ​ຄັ້ງ​ນີ້​ໂດຍ​ຜ່ານ​ໂທລະພາບ, ​ເວັບ​ໄຊ ​ແລະສື່​ສັງຄົມ​ອອນ​ລາຍ. ບຸກຄົນ​ທີ່​ເຂົ້າຮ່ວມ​ການ​ລາຍ​ງານ​ສົດ​ພາກັນ​ສະ​ແດງ​ວ່າ: ງານ​ສະ​ເຫຼີ​ມສະຫຼອງ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ກຳລັງ​ແຫ່ງ​ຊາດ ​ແລະ​ການ​ທະຫານ​ທີ່​ເຂັ້ມ​ແຂງ​ຂອງ​ຈີນ, ຍັງສ່ອງ​ແສງ​ເຖິງໝາກຜົນ​ການ​ພັດທະນາ​ໃນ​ດ້ານ​ຕ່າງໆ​ຂອງ​ປະ​ເທດ​ຈີນ​ໃໝ່.

ທ່ານ​​ເຂ​ມະ​ທັດ ພະລະ​ເດດ ປະທານຂອງສະຖານີ​ໂທລະພາບ​ໂທ​ທີ​ວີ​ຊີ​ຊ່ອງ​ 9 ກ່າວ​ວ່າ: ​​ເທື່ອ​ນີ້​ເປັນ​ເທື່ອ​ທຳ​ອິດ​ຂອງ​ສະ​ຖະນີ​ໂທລະພາບ​​ໄທ​ລາຍ​ງານ​ສົດ​ຕໍ່​ງານ​ສະ​ເຫຼີ​ມສະຫຼອງ​ວັນຊາດ​ຈີນ​​ໂດຍ​ໄດ້ຮ່ວມ​ມື​ກັບ​ສື່​ມວນ​ຊົນ​ຈີນ ​ເຊິ່ງໄດ້​ໃຫ້​ທົ່ວ​ໂລກ​​ໄດ້ເຫັນ​ຄວາມ​ຍິ່ງ​ໃຫຍ່​ທີ່ປະຊາຊົນຈີນ​ຮ່ວມ​ຈິດ​​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ການສະ​ເຫຼີ​ມສະຫຼອງ​ເຫດການ​ເດັ່ນ​ໃນ​ຄັ້ງ​ນີ້.

​​ເມື່ອ​ເວົ້າ​ເຖິງ​ຄຳ​ປາ​ໄສ​ຂອງ​ທ່ານປະທານ​ສີ​ຈິ້ນ​ຜິ​ງ, ທ່ານ​ພົນ​ເອກ ທົດສະ​ພອນ ຫອມ​ຈະ​ເລີ​ນ ​ເສນາ​ທິການ​ໃຫຍ່​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄທ, ອະດີດທູດ​ທະຫານ​ໄທ​ປະຈຳ​ຈີນ​ກ່າວ​ວ່າ: ຄຳ​ເວົ້າຂອງ​ທ່ານ​ສີ​ຈິ້ນ​ຜິ​ງທີ່​ປະ​ທັບ​ໃຈ​ທີ່​ສຸດກໍ​ຄື ທ່ານ​​ໄດ້ກ່າວ​ເນັ້ນ​ວ່າ: ບໍ່​ມີ​ອິດ​ທິກຳລັງ​ແຕ່​ຢ່າງ​ໃດ​ສາມາດ​ກີດຂວາງ​ຄວາມ​ກ້າວໜ້າ​ຂອງ​ປະຊາຊົນ ​ແລະ​ຊົນ​ຊາດ​ຈີນ. ເຊື່ອ​ໝັ້ນ​ວ່າ ​ໃນ​ອະນາຄົດອີກບໍ່​ດົນ​ນີ້, ຈີນຈະກາຍ​ເປັນ​ປະ​ເທດ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ໃນ​​ໂລກ. ​ແລະ​ກໍ​ເຊື່ອ​ໝັ້ນ​ວ່າ ປະຊາຊົນ​ຈີນຈະ​ມີ​ຊີວິດ​ການ​ເປັນ​ຢູ່​ນັບ​ມື້​ນັບ​ດີ​ຂຶ້ນ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ການ​ນຳ​ຈີນ​ຊຸດ​ປະຈຸ​ບັນ​ນີ້.

ທ່ານ​ນາງອັກສອນ​ສຣີ ພານິດ​ສານ ຮອງ​ສາ​ສະ​ດາ​ຈານ​ສະ​ຖາ​ບັນ​ເສດຖະສາດ​ຂອງ​ມະຫາວິ​ທະຍາ​ໄລທຳ​ມະ​ສາດ​ໄທ​ແມ່ນ​ຜູ້​ຊ່ຽວຊານຄົ້ນຄວ້າບັນຫາ​ຈີນ​ທີ່​ມີ​ຊື່​ສຽງ​ຂອງ​ໄທ, ທ່ານກ່າວ​ວ່າ: ພິທີສວນສະໜາມ​ໃນ​ງານ​ສະ​ເຫຼີ​ມສະຫຼອງ​ວັນຊາດ​ຈີນ​​ເປັນ​ການ​ຢືນຢັນ​ແຂງ​ແຮງ​ວ່າຈີນ​ໄດ້​​ເຂົ້າ​ສູ່​ໄລຍະ​ຍຸກ​ໃໝ່ ​ເຊິ່ງ​ໄດ້ສະ​ແດງ​ໃຫ້​ເຫັນຜົນສຳ​ເລັດ​ທີ່​ຈີນ​ໄດ້​ຮັບ​ໃນ​ການ​ສ້າງສາ​ພັດທະນາ​ດ້ານ​ຕ່າງໆ ​ແລະ​ເປັນ​ຜົນສຳ​ເລັດ​ທີ່​ປະຊາຊົນ​ສຳ​ພັດ ​ແລະ​ແບ່ງປັນ​ໄດ້. ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງປະ​ເທດ​ຈີນ​ໃໝ່​ຍັງ​ໄດ້​ສົ່ງ​ຜົນ​ໄປ​ໃຫ້​ປະ​ເທດ​ຫຼາຍ​ໃນ​ໂລກ.

ຄຳ​ເຫັນ

0