尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຊ່ຽວ​ຊານ​​ກ່ຽວ​ກັບບັນ​ຫາ​ອາ​ຊີ​ຂອງ​ອັງ​ກິດ​ກ່າວ​ວ່າ: ຈີນ​ເປັນ​ແບບ​ຢ່າງ​ທີ່​ດີ​ໃນ​ການ​ຫຼຸດ​ຜ່ອນຄວາມ​ທຸກ​ຍາກ​ແລະ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

2019-10-06 15:59:55 cri

ຕາມ​ຂ່າວCRI: ເນື່ອງ​ໃນ​ໂອ​ກາ​ດ​ວັນ​ສ​ະ​ຖາ​ປະ​ນາ​ ສ​ປ ຈີນ​ຄົບ​ຮອບ 70 ປີ, ​ທ່ານ ອັ​ຟ​ຕັບ ຊິດ​ດີ​ຄຸຍ ຜູ້​ຊ່ຽວ​ຊານກ່ຽວ​ກັບ​ບັນ​ຫາ​ອາ​ຊີ​ຂອງ​ອັງ​ກິດ,ຜູ້​ກໍ່​ຕັ້ງ​ໜ່ວຍ​ງານ “ແລວ​ເສດ​ຖະ​ກິດ​ຈີນ-ປາ​ກິ​ສະ​ຖານ” ແລະ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ລະ​ຫວ່າງ​ພັກ​ການ​ເມືອງ​ໃນລັດ​ຖະ​ສະ​ພາ​ອັງ​ກິດ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວCRI.
 

​ທ່ານ ອັ​ຟ​ຕັບ ຊິດ​ດີ​ຄຸຍ ກ່າວ​ວ່າ:ຈີນ​ໄດ້​ບັນ​ລຸ​ການ​ໃຫ້​ປະ​ຊາ​ກອນ​ຈຳ​ນວນ 700 ລ້ານ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຢ່າງ​ສຳ​ເລັດ​ຜົນ,ແມ່ນ​ໝາກ​ຜົນ​ດ້ານ​ເສດ​ຖະ​ກິດ​ທີ່​ປະ​ຈັກ​ຕາ​ຊາວ​ໂລກ ເຊິ່ງເປັນແບບ​ຢ່າງ​ທີ່​ດີ​​ຕໍ່​ບັນ​ດາ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ທີ່​ ​ຢາກ​ຈະ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໂດຍ​ໄວ​ຢູ່​ໃນ​ໂລກ.
 

ທ່ານ​ ອັ​ຟ​ຕັບ ຊິດ​ດີ​ຄຸຍ ກ່າວ​ເນັ້ນ​ວ່າ: ອີກ​ຂົງ​ເຂດ​ໜຶ່ງ​ທີ່​ຈີນຢູ່​ນຳ​ໜ້າ​ໃນ​ໂລກ​ນັ້ນ​ກໍ່​ແມ່ນ​ມາດ​ຕະ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ່​ານກ່າວ​ວ່າ: ຈີນ​ໄດ້​ຮັບ​ຄວາມ​ກ້າວ​ໜ້າ​ທີ່ໃຫຍ່​ຫຼວງ​ໃນ​ດ້ານ​​ການ​ນຳ​ໃຊ້ພະ​ລັງ​​ແສງ​ຕາ​ເວັນ,ພະ​ລັງ​​ງານລົມ​ແລະ​ພະ​ລັງ​​ງານນ້ຳ. ເຊິ່ງ​ໃນ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ກ້າວ​ກະ​ໂດດ​ດ້ານ​ເຕັກ​ນິກເທົ່າ​ນັ້ນ,ສິ່ງ​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ​ເຮັດ​ໃຫ້​​ພະ​ລັງ​ງານ​ທີ່​ນຳ​ໃຊ້​ຄືນ​ໄດ້​ມີ​ລາ​ຄາ​ທີ່​ຜູ້​ບໍ​ລິ​ໂພກ​ຮັບ​ເອົາ​ໄດ້. ມາດ​ຕະ​ການ​ໃນ​ດ້ານ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ຈີນ​ໄດ້​ຊຸກ​ຍູ້​ການ​ເຕີບ​ໂຕ​ແບບ​ສີ​ຂຽວ​ພາຍ​ໃຕ້​ຂອບ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”,ເປັນ​ແບ​ບ​ຢ່າງ​ທີ່​ດີ​ໃນ​ດ້ານ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ.

ຄຳ​ເຫັນ

0