蔡寶峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ“ສັບ​ປະ​ດາຄຳ 1 ຕຸ​ລາ”ປີນີ້ ວິ​ສາ​ຫະ​ກິດດ້ານ​ການ​ຂາຍ​ຍ່ອຍ​ແລະອາ​ຫານ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ບັນ​ລຸ​ການ​ຈຳ​ໜ່າຍເປັນ​ມູນ​ຄ່າ​ທັງ​ໝົດ 1520 ຕື້ຢວນ

2019-10-08 11:27:57 CRI

     ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ຂໍ້​ມູນ​ສະ​ຖິ​ຕິ​ໃນ​ວັນ​ທີ 7 ຕຸ​ລານີ້ສະ​ແດງ​ໃຫ້​ເຫັນ​ວ່າ: ແຕ່​ວັນ​ທີ 1 ຫາ​ທີ 7 ຕຸ​ລານີ້, ວິ​ສາ​ຫະ​ກິດດ້ານ​ການ​ຂາຍ​ຍ່ອຍ​ແລະອາ​ຫານ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ບັນ​ລຸ​ການຈຳ​ໜ່າຍເປັນ​ມູນ​ຄ່າ​ທັງ​ໝົດ 1520 ຕື້ຢວນ, ເພີ່ມ​ຂຶ້ນ 8,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

     ຕາມ​ການ​ຕິດ​ຕາມ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ, ໃນໄລ​ຍະ“ສັບ​ປະ​ດາ​ຄຳ 1 ຕຸ​ລາ”ປີນີ້, ການ​ບໍ​ລິ​ໂພກແບບດັ້ງ​ເດີມ​ປະ​ເພດ​ຕ່າງໆ​ ເຊັ່ນ: ການ​ຊື້​ສິນ​ຄ້າ ອາ​ຫານ​ການ​ກິນ​ແລະ​ອື່ນໆ​ມີ​ຄວາມ​ຄຶກ​ຄັກຫຼາຍ, ການ​ບໍ​ລິ​ໂພກ​ແບບ​ໃໝ່ ເຊັ່ນ: ການ​ທ່ອງ​ທ່ຽວ ວັດ​ທະ​ນະ​ທຳ ກີ​ລາ​ແລະ​ອື່ນໆ​ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຕະ​ຫຼາດ​ເຄື່ອງ​ໃຊ້​ປະ​ຈຳ​ວັນ​ມີ​ການສະ​ໜອງສິນ​ຄ້າ​ຢ່າງ​ພຽງ​ພໍ ແລະ​ມີລາ​ຄາ​ໝັ້ນ​ທ່ຽງ​ໂດຍ​ລວມ.

ຄຳ​ເຫັນ

0