徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ຽວຢູ່ຕ່າງປະເທດໃນວັນວັນຊາດມີຫຼາຍກວ່າ 7 ລ້ານເທື່ອຄົນ

2019-10-08 11:01:43 cri

ຕາມຂ່າວCRI: ໃນໄລຍະວັນພັກວັນຊາດປີີ 2019 ນີ້, ຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ຽວຢູ່ຕ່າງປະເທດມີ​ຈຳ​ນວນຫຼາຍກວ່າ 7 ລ້ານເທື່ອຄົນ, ຕະຫຼາດການທ່ອງທ່ຽວຕ່າງປະເທດ​ເຕີບ​ໂຕ​ຂຶ້ນ, ການບໍລິໂພກມີຄວາມ​ສົມ​ເຫດ​ສົມ​ຜົນ. ນັກທ່ອງທ່ຽວທີ່ໄປທ່ຽວຢູ່ຕ່າງປະເທດໃຫ້​ຄວາມ​ສົນ​ໃຈ​ການ​ພັກ​ຜ່ອນຢອນ​ໃຈຫຼາຍກວ່າ, ແຫຼ່ງ​ທ່ອງທ່ຽວທີ່ນິຍົມຢູ່ຕ່າງປະເທດກໍມີທ່ວງ​ທ່າ​ແຕກ​ຕ່າງ​ກັນ.

 

ນອກຈາກຍີ່ປຸ່ນ, ໄທ, ມາເລເຊຍ,​ສິງກະໂປ, ອົສຕຼາລີ,​ ຝຣັ່ງ,​ ອີຕາລີ,​ ຣັດເຊຍ​ທີ່​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ເຄີຍ​ໄດ້​ຮັບ​ຄວາມ​ນິ​ຍົມມີນັກທ່ອງທ່ຽວໄປທ່ຽວຢ່າງຫຼວງຫຼາຍຄືນເກົ່າ​ແລ້ວ,  ເຊັກ,​ໂອຕຼິສ, ຮົງກາຣີ,​ ສະໂລວັກ, ໂປໂລຍ, ໂກຼອາຊີ,​ ມານຕາ,​ ກຳປູເຈຍແລະບ່ອນທ່ຽວອື່ນໆທີ່ມີນັກທ່ອງທ່ຽວໄປທ່ຽວໜ້ອຍໃນ​ແຕ່​ກ່ອນກໍ່ມີການຈ້ອງທາງອິນເຕີເນັດເພີ່ມຂຶ້ນຫຼາຍກວ່າ 10 ສ່ວນຮ້ອຍເມື່ອທຽບກັບ ວັນພັກວັນຊາດປີ 2018 ແລ້ວນີ້.

ຄຳ​ເຫັນ

0