徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ-ເນ​ປານ​ປະ​ກາດ​​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ມີ​ມິດ​ຕະ​ພາບທຸກ​ເຊັ່ນຄົນທີ່​ມຸ່ງ​ໜ້າ​ໄປສູ່​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​

2019-10-13 14:32:52 cri

 

圖片默認標題_fororder_webwxgetmsgimg (1)

ຕາມ​ຂ່າວCRI:ວັນ​ທີ 12 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ ບິດ​ຢາ ເດ​ວີ ບານ​ດາ​ຣີ, ປະ​ທາ​ນາ​ທິ​ບໍ​ດີ​ເນ​ປານ​ຢູ່​ສຳ​ນັກ​ງານ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ນະ​ຄອນ​ຫຼວງ​ກັດ​ມັນ​ດູ​ຂອ​ງ​ເນ​ປານ. ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ປະ​ກາດ​ຮ່ວມ​ກັນ​ວ່າ, ສອງ​ຝ່າຍ​ຈະຍຶດ​ຖື​ນ້ຳ​ໃຈ​ທີ່ຮ່ວມ​ຈິດ​ຮ່ວມ​ໃຈ, ຮ່ວມ​ມື​ກັນ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ​ເພື່ອສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ມີ​ມິດ​ຕະ​ພາບ​ທຸກ​ເຊັ່ນ​ຄົນ​ທີ່​ມຸ່ງ​ໜ້າ​ສູ່​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ລະ​ຫວ່າງ​ຈີນ​-​ເນ​ປານ.

圖片默認標題_fororder_webwxgetmsgimg

ທ່ານ​ສີ​ຈິ້​ນ​ຜີງ​ກ່າວ​ເນັ້ນ​ວ່າ, ສອງ​ຝ່າຍ​ຕ້ອງ​ປັບ​ປຸງ​ພື້ນ​ຖານ​ການ​ເມືອງ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​-ເນ​ປານໃຫ້​ໜັກ​ແໜ້ນ, ຖື​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ເປັນ​ເປົ້າ​ໝາຍ​ໃນ​ໄລ​ຍະ​ຍາວ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ເນ​ປານ. ຂອບ​ໃຈ​​ເນ​ປານ​ທີ່​ໄດ້ຍຶດ​ໝັ້ນນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ, ແລະໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງໜັກ​ແໜ້ນ​ແກ່​ຈີນ​ໃນ​ໄລ​ຍະ​ຍາວ​ນານ​ທີ່​ຜ່ານ​ມາ. ຈີນ​ຈະ​ເຮັດ​ຄື​ທີ່​ຜ່ານ​ມາ​ເພື່ອ​ສະ​ໜັບ​ສະ​ໜູນ​ເນ​ປານ​ໃນ​ການ​ປົກປັກ​ຮັກ​ສາ​ເອ​ກະ​ລາດ,

ອະ​ທິປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນຂອງ​ເນ​ປານ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ​ຕາມ​ຄວາມ​ສາ​ມາດ​ແກ່​ການ​ພັດ​ທະ​ນາ​​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ເນ​ປານ. ສອ​ງ​ຝ່າຍ​ຕ້ອງ​ສ້າງ​ສະ​ຖາ​ນະ​ພາບ​ທີ່ຮ່ວມ​ມື​ຢ່າງ​ຮອບ​ດ້ານ, ດຳ​ເນີນ​ການ​ສ້າງ​ຕາ​ໜ່າງເຊື່ອມຈອດ​​ກັນ​ຢູ່​ເຂດພູຫິມ​ມະ​ໄລ, ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ແລກ​ປ່ຽນ​ໃນ​ແຕ່​ລະ​ຂົງ​ເຂດ.

 

ທ່ານ​ນາງ ບິດ​ຢາ ເດ​ວີ ບານ​ດາ​ຣີ​ກ່າວ​ວ່າ​ເນ​ປານ​ຍິນ​ດີ​ຮ່ຳ​ຮຽນ​ແລະ​ຖອດ​ຖອນ​ບົດ​ຮຽນສຳ​ເລັດ​ຜົນ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຈີນ, ເຊື່ອແນ່​ວ່າພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ປະ​ຊາ​ຊົນ​ຈີນຍ່ອມຈະ​ບັນ​ລຸ​ຄວາມໄຝ່​ຝັນຂອງ​ຈີນ​ທີ່​ສ້າງ​ປະ​ຊາ​ຊາດ​ຈີນ​ໃຫ້​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງຄືນ​ໃໝ່​ຢ່າງ​ຍິ່ງ​ໃຫຍ່​, ເຊິ່ງ​ຈະນຳ​ເອົາ​ຜົນ​ດີ​ມາ​ຍັງ​ເນ​ປານ​ກໍ່​ຄືສັນ​ຕິ​ພາບ, ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.

 

ທ່ານ​ນາງ​ບິດຢາ ເດ​ວີ ບານ​ດາ​ຣີ​ກ່າວ​ວ່າ, ເນ​ປານ​ກັບ​ຈີນ​ປະ​ກາດ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຈະ​ປັບ​ປຸງ​ມິດ​ຕະ​ພາບ​ອັນ​ເປັນມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ໝັ້ນ​ຄົງ​ກ່​ວາ​ເກົ່າ, ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ເນື້ອ​ໃນອຸ​ດົມ​ສົມ​ບູນກວ່າ​ເກົ່າ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ເນ​ປານ​ກັບ​ຈີນ​ກ້າວ​ເຂົ້າ​ສູ່​​ຍຸກ​ໃໝ່. ເນ​ປານ​ເຄົາ​ລົບ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນຂອງ​ຈີນ, ເດັດ​ດ່ຽວ​ບໍ່​ອະ​ນຸ​ຍາດ​ໃຫ້​ອິດ​ທິ​ກຳ​ລັງ​​ຕໍ່​ຕ້ານ​ຈີນ​ໃດໆ​ດຳ​ເນີນ​ການ​ເຄື່ອນ​ໄ​ຫວຕ້ານ​ຈີນ​ຢູ່​ບົນ​ດິນ​ແດນ​ເນ​ປານ

ຄຳ​ເຫັນ

0