蔡寶峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ-ອິນ​ເດຍວາງ​ແຜນ​ການ​ພັດ​ທະ​ນາ​ຮ້ອຍ​ປີ​ລະ​ຫວ່າງສອງ​ປະ​ເທດ​ຈາກ​ດ້ານ​ຍຸດ​ທະ​ສາດ

2019-10-13 13:45:21 CRI

ການ​ພົບ​ປະ​ທີ່ບໍ່​ເປັນ​ທາງ​ການ​ລະ​ຫວ່າງຜູ້​ນຳ​ຈີນ-ອິນ​ເດຍຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊັນ​ນາຍ ພາກ​ໃຕ້​ອິນ​ເດຍ​ແຕ່​ວັນ​ທີ 11 ຫາ 12 ຕຸ​ລານີ້. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ​ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຢ່າງ​ກົງ​ໄປ​ກົງ​ມາ​ແລະ​ເລິກ​ເຊີ່ງ​ກ່ຽວ​ກັບ​ການ​ພົວ​ພັນ​ຈີນ-ອິນ​ເດຍ ແລະ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ສຳ​ຄັນ​ເຊິ່ງ​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ. ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ວ່າ: ຕ້ອງວາງ​ແຜນ​ການ ພັດທະນາຮ້ອຍປີ​ລະ​ຫວ່າງສອງປະເທດຈາກດ້ານຍຸດທະສາດ​ແລະດ້ານ​ຍາວ​ໄກ, ເພີ່ມ​ພະ​ລັງແຮງ​ເຂົ້າ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ-ອິນ​ເດຍ​ຢ່າງ​ແຂງ​ແຮງ.

ໃນ​ການ​ພົບ​ປະ​ທີ່ບໍ່​ເປັນ​ທາງ​ການ​ຄັ້ງ​ນີ້, ຜູ້​ນຳ​ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ຄິດຄວາມ​ເຫັນຢ່າງກວ້າງ​ຂວາງ​ກ່ຽວ​ກັບ​ຫຼາຍ​ຫົວ​ຂໍ້​ເຊັ່ນ ຄວາມ​ໝັ້ນ​ຄົງ​ດ້ານ​ຍຸດ​ທະ​ສາດ ເສດ​ຖະ​ກິດ​ການ​ຄ້າ​ການ​ລົງ​ທຶນ ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ການ​ຮ່ວມ​ມື​ສາ​ກົນ​ແລະ​ພາກ​ພື້ນ ແລະ​ຫົວ​ຂໍ້​ອື່ນໆ, ກ່ອນ​ອື່ນ, ຜູ້​ນຳ​ສອງ​ປະ​ເທດ​ລ້ວນ​ແຕ່​ເຫັນ​ວ່າ, ການ​ທີ່ມີ​ຄວາມ​ເຫັນ​ຕໍ່​ການ​ພັດ​ທະ​ນາ​ຂອງ​ກັນ​ແລະ​ກັນ​ຢ່າງ​ຖືກ​ຕ້ອງ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ຍຸດ​ທະ​ສາດ​ຢ່າງບໍ່​ຢຸດຢັ້ງນັ້ນ, ແມ່ນ​ຂໍ້​ກະ​ແຈ​ທີ່​ຮັບ​ປະ​ກັນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ​ແລະ​ໜັກ​ແໜ້ນ. ອັນ​ທີ​ສອງ, ໂດຍເປັນ​ພື້ນ​ຖານສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອິນ​ເດຍ​ມີ​ອະ​ນາ​ຄົດ​ຢ່າງກວ້າງ​ຂວາງ. ນອກນີ້, ຜູ້​ນຳ​ສອງ​ປະ​ເທດ​ຕົກ​ລົງ​ວ່າ, ຈະ​ຮ່ວມ​ກັນ​ລິ​ເລີ່ມ​ແລະ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ສົນ​ທະ​ນາ​ກັນ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ທີ່​ຕ່າງ​ກັນ ເພື່ອ​ເຮັດ​ໃຫ້​ອະ​ລິ​ຍະ​ທຳ​ອາ​ຊີ​ມີ​ຄວາມ​ຈະ​ເລີນ​ກ້າວ​ໜ້າ​ໃໝ່.

ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ, ຜູ້​ນຳ​ສອງ​ປະ​ເທດ​ເນັ້ນ​ວ່າ, ຈະ​ຮ່ວມ​ມື​ກັນຊຸກ​ຍູ້ໃຫ້​ບັນ​ລຸ“ສັນ​ຍາ​ວ່າ​ດ້ວຍ​ການ​ພົວ​ພັນ​ຄູ່​ຮ່ວມເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ”ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານການ​ເຊື່ອມ​ໂຍງ​ໃນ​ພາກພື້ນ  ເຊິ່ງ​ມີ​ຄວາມ​ໝາຍ​ອັນ​ຕັ້ງ​ໜ້າໃນ​ການ​ລົງ​ເລິກ​ຂະ​ບວນ​ການ​ທີ່​ເຮັດ​ໃຫ້​ເສດ​ຖະ​ກິດ​ພາກ​ພື້ນ​ຫັນ​ເປັນ​ອັນ​ໜຶ່ງ​ອັນດຽວ​ແລະ​ຮັບ​ມືກັບ​ການ​ກະ​ທົບ​ຈາກການ​ຄັດ​ຄ້ານໂລ​ກາ​ພິ​ວັດ. .

ເມື່ອ​ຫຼາຍ​ປີ​ກ່ອນ, ມີ​ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ການ​ເຕີບ​ໂຕ​ຂຶ້ນ​ຮ່ວມກັນ​ຂອງ​ຈີນ​ແລະ​ອິນ​ເດຍ, ຈະ​ເປັນ​ເຫດ​ການ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດມວນ​ມະ​ນຸດໃນ​ສັດ​ຕະ​ວັດ​ທີ 21. ຈີນ​ແລະ​ອິນ​ເດຍ​ເປັນ​ເພື່ອນ​ບ້ານ​ໃກ້ຄຽງທີ່​ຍົກຍ້າຍບໍ່​ໄດ້, ຖ້າ​ວ່າສອງ​ປະ​ເທດ​ສາ​ມາດ​ພິ​ຈາ​ລະ​ນາແລະ​ກຳ​ກັບທິດ​ທາງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຈາກມຸມ​ສູງ​ແຫ່ງຍຸດ​ທະ​ສາດໄດ້, ກໍ​ຈະ​ສາ​ມາດ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຢ່າງ​ເໝາະ​ສົມ ແລະບັນ​ລຸ​ການ​ພັດ​ທະ​ນາຮ່ວມ​ກັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫ​ຍດ.

ຄຳ​ເຫັນ

0