鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

IMFກ່າວ​ວ່າ ການ​ຜ່ອນ​ຄາຍເງື່ອນ​ໄຂ​​ທາງ​ທະ​ນາ​ຄານ​ທົ່ວ​ໂລກເພີ່ມ​ຄວາມ​ອ່ອນ​ແອ​ໃຫ້​ຕະ​ຫຼາດ​ການ​ທະ​ນາ​ຄານ

2019-10-17 19:08:36 cri

   ວັນ​ທີ16​ຕຸ​ລານີ້ ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ ຫຼື IMF ໄດ້​​ເປີດ​ເຜີຍບົດ​ລາຍ​ງານຄວາມ​ໝັ້ນ​ຄົງ​ດ້ານທະ​ນາ​ຄານ​ທົ່ວ​ໂລກ​ສະ​ບັບ​ຫຼ້າ​ສຸດ​ໂດຍ​ກ່າວ​ວ່າ, ໃນ​ເວ​ລາ​ເຄິ່ງ​ປີ​ມານີ້ ​ເງື່ອນ​ໄຂ​ດ້ານ​ການທະ​ນາ​ຄານ​ໃນ​ທົ່ວ​ໂລກ​ໄດ້​​ຮັບ​ການ​ຜ່ອນ​ຄາຍ​ຕື່ມ​ອີກ, ເຖິງວ່າ​ເປັນ​ການ​ຄ້ຳ​ຊູ​ຕໍ່​ເສດ​ຖະ​ກິດ​ໃນ​ໄລ​ຍະສັ້ນ​ກໍ​ຕາມ, ແຕ່​ພັດ​ເພີ່ມ​ຄວາມ​ອ່ອນ​ແອ​ໃຫ້​ຕະ​ຫຼາດ​ການ​ທະ​ນາ​ຄານ​ຂອງ​ບາງ​ປະ​ເທດຂຶ້ນ​ຕື່ມ. ບັນ​ດາ​ປະ​ເທດ​ຄວນ​ໃຊ້​ການ​ກະ​ທຳ, ຫຼຸດ​ຄວາມ​ອ່ອນ​ແອ​ທາງ​ທະ​ນາ​ຄານ​ໃຫ້​ໜ້ອຍ​ລົງ.

   ບົດ​ລາຍ​ງານ​ສະ​ບັບ​ນີ້​ຊີ້​ໃຫ້​ເຫັນ​ວ່າ, ຍ້ອນ​ຕະ​ຫຼາດ​ການ​ທະ​ນາ​ຄານ​ໄ​ດ້​ຮັບ​ຜົນ​ສະ​ທ້ອນ​ຈາກ​ສະ​ຖາ​ນະ​ການ​ຄວາມ​ເຄັ່ງ​ຕຶງ​ທາງ​ການ​ຄ້າ​ແລະ​ຄວາມ​ບໍ່​ໝັ້ນ​ໃຈ​ຕໍ່​ ອະ​ນາ​ຄົດ​ຂອງ​ເສດ​ຖະ​ກິດ​ໂລກ, ​ເສດ​ຖະ​ກິດຊຸດ​ໂຊ​ມ​ລົງ​ແລະ​ຄວາມ​ສ່ຽງ​ເພີ່ມ​ຂຶ້ນນັ້ນ ​ໄດ້​ຊຸກ​ຍູ້​ໃຫ້​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ໃນ​ທົ່ວ​ໂລກ​ໃຊ້​ນະ​ໂຍ​​ບາຍ​ເງິ​ນ​ຕາ​ທີ່​ຜ່ອນ​ຄາຍກວ່າ​ເກົ່າ. ​ການ​ທີ່​ຜ່ອນ​ຄາຍເງື່ອນ​ໄຂ​ດ້ານ​ການ​ທະ​ນາ​ຄານເປັນ​ການກະ​​ຕຸ້ນເສດ​ຖະ​ກິດ​ໃນ​ໄລ​ຍະ​​ສັ້ນໆ, ແຕ່​ຂະ​ນະ​ດຽວ​ກັນ​ກໍ​ເຮັດ​ໃຫ້​​ຄວາມ​ສ່ຽງ​ດ້ານ​ການ​ທະ​ນາ​ຄານ​ເພີ່ມ​ຂຶ້ນ, ເຊິ່ງ​ສ້າງ​ຄວາມ​ອ່ອນ​​ແອ​ໃຫ້​ບາງ​ປະ​ເທດ​ແລະ​ຂະ​ແໜງ​ການ​ເພີ່ມ​ຂຶ້ນ​ຕື່ມ.

ຄຳ​ເຫັນ

0