曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສັ້ນທາງລົດເມຈຸ່ງກິ່ງ-ອາຊຽນໄດ້ປົກຄຸມທົ່ວແຫຼມອິນໂດຈີນ

2019-10-17 19:04:48 cri

​ຫຼັງ​ຈາກ​ເສັ້ນ​ທາງ​ລົດ​ເມ​ຈຸ່ງ​ກິ່ງ-ອາ​ຊຽນເປີດ​ບໍ​ລິ​ການເປັນ​ເທື່ອ​ທຳ​ອິດ​ໃນ​ເດືອນ​ເມ​ສາ​ປີ 2016 ເປັນ​ຕົ້ນ​ມາ, ​ໄດ້​ຂະ​ຫຍາຍ​ອອກ​ເປັນ 6 ສາຍ​ແລ້ວ, ​ແລະ​ປົກ​ຄຸມ​ທົ່ວ​ແຫຼມ​ອິນ​ດູ​ຈີນ; ​ມາຮອດ​ວັນ​ທີ 30 ກັນ​ຍາ 2019, ​ໄດ້​ແລ່ນ​ລົດ​ທັງ​ໝົດ 1652 ​ຖ້ຽວ, ​ສາ​ມາດ​ຂົນ​ສົ່ງ​ໄດ້ປະ​ມານ 16,2 ພັນ​ໂຕນ, ຍອດ​ມູນ​ຄ່າ​ສິນ​ຄ້າ​ປະ​ມານ 1,3 ຕື້ຢວນ. ຄາດ​ວ່າ​ຮອດທ້າຍ​ປີ 2019, ລົດ​ເມ​ອາ​ຊຽນ​​ຈະ​ແລ່ນ​ລົດ​ໄດ້​ທັງ​ໝົດ 1000 ​ຖ້ຽວຕໍ່​ປີ, ບັນ​ລຸ​ມູ​ນ​ຄ່າ​ສິນ​ຄ້າ 600 ລ້ານຢວນ​ຕໍ່​ປີ.

  ຕາມ​ແຫຼ່ງ​ຂ່າວ​ແຈ້ງວ່າ, ​ເມືອງ​ປາ​ນານ​ຂອງ​​ນະ​ຄອນ​ຈຸ່ງ​ກິ່ງ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ຍຸດ​ທະ​ຍາດ​ກັບ​ກຸ່ມ YCH​ ແລະ​ບໍ​ລິ​ສັດ Y3 ເຊິ່ງ​ເປັນ​ວິ​ສາ​ຫະ​ກິດ​ຂົນ​ສົ່ງ​ສິນ​ຄ້າ​ທີ່​ນຳ​ໜ້າ​ຂອງ​ສິງ​ກະ​ໂປ, ​ດ່ານ​ລົງ​ປ່າງ​ຂອງ​ເຂດກວາງ​ຊີ​ເປັນ​ຕົ້ນ​, ​ເຊິ່ງ​ເປັນ​ການ​ຮ່ວມ​ກັບ​ສ້າງ “ ໜຶ່ງ​ແລວ​ໜຶ່ງ​ເສັນ​ທາງ”  ດ້ວຍ​ການປຶກ​ສາ​ຫາ​ລື​ຮ່ວມ​ກັນ, ​ສ້າງ​ສາ​ຮ່ວມ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ຄຳ​ເຫັນ

0