李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕະ​ຫຼາດ​ເຄ​ຫະ​ສະ​ຖານ​ໄທ​ຊຸດ​ໂຊມ​ລົງ, ລາ​ຄາ​ທີ່​ດິນ​​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ອາດ​ຈະ​ຫຼຸດ​ຕ່ຳ​ລົງ​​ເປັນເທື່ອ​ທຳ​ອິດ​ໃນ​ຮອບ 10 ປີ

2019-10-17 16:00:46 cri

ຫວ່າງ​ມໍ່ໆ​ນີ້, ອົງ​ການ​ວິ​ເຄາະ​ຕະ​ຫຼາດເຄ​ຫະ​ສະ​ຖານໄທ​ຄາດ​ຄະ​ເນ​ວ່າ, ລາ​ຄາ​​ທີ່ດິນຢູ່ນະ​ຄອນ​ຫຼວງ​ບາງກອກອາດ​ຈະ​ຫຼຸດ​ຕ່ຳ​ລົງ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ 10 ປີ, ເສດ​ຖະ​ກິດ​ຊຸດ​ໂຊມ​ລົງ​ເຮັດ​ໃຫ້​ກຳ​ລັງ​​ຊື້​ບໍ່​ພຽງພໍ, ເງິນ​ບາດ​ສືບ​ຕໍ່​​ແຂງ​ຄ່າ, ລູກ​ຄ້າ​ຕ່າງ​ປະ​ເທດ​ຫຼຸດ​ໜ້ອຍ​ລົງ, ​ນະ​ໂຍ​ບາຍ​​ປ່ອຍ​ເງິນ​ກູ້​ໃນ​ການ​ຊື້ເຄ​ຫະ​ສະ​ຖານ​ຂອງ​ສະ​ຖາ​ບັນ​ການ​ເງິນ​ຖືກ​ຮັດ​ແຄບ​ເຂົ້າ, ​ອາ​ກອນ​ທີ່​ດິນ​ແລະ​ສິ່ງ​ກໍ່​ສ້າງ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ຕົ້ນ​ປີ​ໜ້າ ແລະ​ອື່ນໆ ລ້ວນ​ແຕ່​ແມ່ນ​ສາ​ເຫດ​ຕົ້ນ​ຕໍ.

ຕົວ​ເລກ​ຂອງ​ອົງ​ການວິ​ເຄາະ​ຕະ​ຫຼາດເຄ​ຫະ​ສະ​ຖານ​ໄທ​​ຊື້ໃຫ້​ເຫັນ​ວ່າ, ໃນ 10 ປີ​ທີ່​ຜ່ານ​ມາ, ລາ​ຄາ​ທີ່​ດິນ​​ໃນ​ໄທ​ໄດ້ເພີ່ມ​ຂຶ້ນ​ປະ​ມານ 2-3% ສະ​ເລ່ຍຕໍ່​ປີ, ສ່ວນ​ຕົວ​ເລກ​ນີ້​​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ແມ່ນ 5-6%. ໂດຍ​ສະ​ເພາະ​ໃນ​ປີ​ມໍ່ໆ​ມາ​ນີ້, ​ແຕ່​ລະ​ປີ, ອັດ​ຕາ​ຂອງ​ລາ​ຄາ​ທີ່ດິນໃນ​ນະ​ຄອນ​ຫຼວງ​ບາງກອກ​ເພີ່ມ​ສູງ​ຂຶ້ນເຖິງ 10% ຂຶ້ນ​ໄປ, ໃນ 4 ປີ​ທີ່​ຜ່ານ​ມາ, ຕະ​ຫຼາດເຄ​ຫະ​ສະ​ຖານ​​​​ຂອງ​ໄທ​ໄດ້​ມີ​ການ​ເຕີບ​ໂຕ​ອ່າວ​ໄວ, ຕົ້ນ​ຕໍ່​ແມ່ນ​ມາ​ຈາກ​ການ​ເຂົ້າ​ຊື້​ຂອງ​ລູກ​ຄ້າ​ຕ່າງ​ປະ​ເທດ.

ຄຳ​ເຫັນ

0