鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວ​ເມືອງຮ່າ​ໂນ້ຍ250ພັນ​ຄົນ​ໄດ້​ຮັບ​ຜົ​ນ​ກະ​ທົບ​ຈາກ​ນ້ຳ​ປະ​ປາ​ປົນ​ເປື້ອນ​ຄາບ​ນ້ຳ​ມັນ

2019-10-18 16:00:34 cri

   ວັນ​ທີ17ຕຸ​ລານີ້ ສື່ມວນ​ຊົນ​ຫວຽດ​ນາມ​ລາຍ​ງານ​ວ່າ, ມີ​ລົດ​ຂົນ​ສົ່ງ​ຄັນ​ໜຶ່ງ​ໄດ້​ລັກ​ຖອກ​ເທ​ນ້ຳ​ມັນ​ເສດ​ເຫຼືອ​ຢູ່​​ຍ່ານ​ເໜືອ​ຂອງແມ່​ນ້ຳ, ເຮັດ​ໃຫ້​ນ້ຳ​ມັນ​ເສດ​ເຫຼືອ​ໄຫຼ​ເຂົ້າ​ໂຮງ​ງານ​ບຳ​ບັດ​ແມ່​ນ້ຳໂທ,ກະ​ທົບ​ເຖີງ​ການ​ໃຊ້​​ນ້ຳປະ​ຈຳ​ວັນ​ຂອງ​ຊາວ​ເມືອງ250ພັນ​ຄົນ​ຢູ່​ທີ່​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ.

   ​ໃນ​ຫຼາຍໆມື້​ມານີ້,​ປະ​ຊາ​ຊົນ​ທີ່​ຢູ່​ຫຼາຍ​ເຂດ​ຂອງ​ຮ່າ​ໂນ້ຍ​​ໄດ້​ພົບ​ເຫັນ​ວ່າ​ນ້ຳ​ປ​ະ​ປາ​ບໍ່​ສະ​ອາດ,ມີ​ກິ່ນ​ເໝັນ. ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ​ເປີດ​ເຜີຍ​ຜົນ​ການກວດ​ກາ​ນ້ຳ​ປະປາ​ໃນ​ຫວ່າງ​ກ່ອນນີ້​ບໍ່​ດົນ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ແຫຼ່ງ​ນ້ຳ​ຖືກ​ປົນ​ເປື້ອນ​ຄາບ​ນ້ຳ​ມັນ, ​ໂດຍ​ສະ​ເພາະ​ແມ່ນ​ສານ styrene ມີຫຼາຍກວ່າ​ມາດ​ຕະ​ຖານ 1,3-3,65 ເທົ່າ,​ ​ຈິ່ງ​ເຕືອນໃຫ້​ປະ​ຊາ​ຊົນ​ທີ່​​ໄດ້​ຮັບ​ຜົນ​ກະ​ທົບ​ຈົ່ງ​ຢຸດ​ຕິ​​ການ​ໃຊ້ນ້ຳ​ປ​ະ​ປາ, ລັດ​ຖະ​ບານ​ຈະ​ສະ​ໜອງ​ນ້ຳ​ສະ​ອາດ​ໃຫ້​ປະ​ຊາ​ຊົນ​ໃນ​ເຂດ​ທີ່​​ໄດ້​ຮັບຜົນ​​ກະ​ທົບດັ່ງ​ກ່າວ​ໂດຍ​​ບໍ່​ຄິດ​ຄ່າ.

ຄຳ​ເຫັນ

0