李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບ​ແລະລັດ​ຖະ​ບານ​ອັງ​ກິດ​ບັນ​ລຸ​ສັນ​ຍາ ກ່ຽວ​ກັບ​ ການ​ຖອນອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ

2019-10-18 14:31:54 cri

ວັນ​ທີ 17 ຕຸ​ລາ​ນີ້, ທ່ານ​ຢັງ ຄ​ລາດ ຢູງ​ເຄີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາ​ບ​ເອີ​ຣົບ​ປະ​ກາດ​ວ່າ: ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບ​ກັບ​ລັດ​ຖະ​ບານ​ອັງ​ກິດໄດ້​ບັນ​ລຸ​ສັນ​ຍາ ກ່ຽວ​ກັບ​ ການ​​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ.

ມື້​ດຽວ​ກັນ, ທ່ານ​ຢັງ ຄ​ລາດ ຢູງ​ເຄີ ​ໄດ້​ພິມ​ຂໍ້​ຄວາມ​ລົງ​ທະ​ວີດ​ເຕີ ສື່​ສັງ​ຄົມ​ອອນ​​ລາຍ​ວ່າ: ສັນ​ຍາ​ທີ່​ສອງ​ຝ່າຍ​ບັນ​ລຸ​ນັ້ນ ​ເວົ້າ​ສຳ​ລັບ​ສະ​ຫະ​ພາບ​ເອີ​ຣົບ​ແລະ​ອັງ​ກິດ​ແລ້ວ, ແມ່ນ​ສັນ​ຍາ​ທີ່​ສະ​ເໝີ​ພາບ ແລະ ດຸ່ນ​ດ່ຽງ, ເຊິ່ງ​ທ່ານຢືນ​ຢັນ​ວ່າ ພວກ​ເຮົາ​ກຳ​ລັງ​​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ເພື່ອຊອກ​ຫາ​ຊ່ອງ​ທາງແກ້​ໄຂ​​ບັນ​ຫາ.

ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບແມ່ນ​ອົງ​ການ​ບໍ​ລິ​ຫານ​ງານ​ຂອງ​ສະ​ຫະ​ພາບ​ເອີ​ຣົບ. ຕອນ​ບ່າຍ​ວັນ​ທີ 17 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຜູ້​ນຳ​ທີ່​ມາ​ຈາກ 28 ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ​ເລີ່ມ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ເອີ​ຣົບ​ທີ່​ໃຊ້​ເວ​ລາ 2 ວັນ​ຢູ່​ນະ​ຄອນບ​ຣຸ​ກ​ແຊນ. ໃນ​ກອງ​ປະ​ຊຸມ​ສຸດຍອດ, ທ່ານ​ຢັງ ຄ​ລາດ ຢູງ​ເຄີ ສະ​ເໜີ​ໃຫ້​ຜູ້​ນຳ​ບັນ​ດາ​ປະ​ເທດ​​ສະ​ຫະ​ພາບ​ເອີ​ຣົບສະ​ໜັບ​ສະ​ໜູນ​ສັນ​ຍາ​ສະ​ບັບ​ດັ່ງ​ກ່າວ. ​ແຕ່​ວ່າ, ສັນ​ຍາ​ຍັງ​ຕ້ອງ​ຜ່ານ​ການ​ອະ​ນຸ​ມັດ​ຈາກ​ລັດ​ຖະ​ສະ​ພາ​ເອີ​ຣົບ​ແລະ​ລັດ​ຖະ​ສະ​ພາ​ອັງ​ກິດ​ສາ​ກ່ອນ ຈຶ່ງ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້.

ຄຳ​ເຫັນ

0