ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 17 ຕຸລານີ້, ສູນເປີຍໂຕ/ GNSS (ນານນີງ) ຈີນ-ອາຊຽນໄດ້ເປີດປ້າຍສ້າງຕັ້ງຂຶ້ນຢ່າງເປັນທາງການ. ການສ້າງຕັ້ງສູນດັ່ງກ່າວຈະເປັນການເປີດກວ້າງການຮ່ວມມືໃນດ້ານການນຳທາງດ້ວຍດາວທຽມຂອງປະເທດອາຊຽນ.
ໃນພິທີດັ່ງກ່າວ, ທ່ານຣານເຊີງຊີ ຫົວໜ້າຫ້ອງການຄຸ້ມຄອງລະບົບນຳທາງດ້ວຍດາວທຽມຈີນກ່າວວ່າ, ສູນເປີຍໂຕ/GNSS (ນານນີງ) ຈີນ-ອາຊຽນເປີດປ້າຍສ້າງຕັ້ງຂຶ້ນ, ຈະສ້າງເວທີຮ່ວມມືອັນສຳຄັນເພື່ອໃຫ້ລະບົບດາວທຽມເປີຍໂຕໃຫ້ບໍລິການແຫ່ປະເທດອາຊຽນ. ທ້າຍປີກາຍນີ້, ລະບົບເປີຍໂຕໄດ້ສະໜອງການບໍລິການໃຫ້ທົ່ວໂລກ. ຕາມສະຖິຕິ, ຍອດມູນຄ່າອຸດສາຫະກຳນຳທາງດ້ວຍດາວທຽມຂອງຈີນໃນປີ 2018 ມີຫຼາຍກວ່າ 300 ຕື້ຢວນ, ຈີນ ກັບ 30 ປະເທດ ແລະ ອົງການຈັດຕັ້ງສາກົນໄດ້ສ້າງກົນໄກຮ່ວມມືໃນດ້ານນຳທາງດ້ວຍດາວທຽມນຳກັນ.
ຄຳເຫັນ
0