黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງພົບປະກັບບັນດາຜູ້ນຳທີ່ມາຈາກພາກສ່ວນປ້ອງກັນປະເທດແລະກອງທັບຂອງ ປະເທດຕ່າງໆ ພ້ອມກັບເຈົ້າໜ້າທີ່ສະພາມົນຕີກີລາການທະຫານສາກົນ

2019-10-18 21:20:32 cri

圖片默認標題_fororder_微信圖片_20191018210846

ຕາມຂ່າວ  CRI : ວັນທີ 18 ຕຸລານີ້ ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ພົບປະກັບ ບັນດາຜູ້ນຳທີ່ມາຈາກ ພາກສ່ວນປ້ອງກັນປະເທດແລະກອງທັບຂອງ ປະເທດຕ່າງໆ ພ້ອມກັບເຈົ້າໜ້າທີ່ສະພາມົນ ຕີກີລາການທະຫານສາກົນທີ່ມາຮ່ວມພິທີໄຂງານມະຫະກຳກິລາທະຫານໂລກຄັ້ງທີ 7 ຢູ່ທີ່ນະຄອນອູຮ້ານແຂວງຫູເປີຍຂອງຈີນ ໂດຍທ່ານໄດ້ຕາງໜ້າລັດຖະບານ, ປະຊາຊົນ ແລະກອງທັບຂອງຈີນສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ ບັນດາຜູ້ນຳທີ່ມາຈາກ ພາກສ່ວນປ້ອງກັນປະເທດແລະກອງທັບຂອງ ປະເທດຕ່າງໆ ພ້ອມກັບເຈົ້າໜ້າທີ່ສະພາມົນ ຕີກີລາການທະຫານສາກົນແລະນັກກິລາຂອງປະເທດຕ່າງໆ.

圖片默認標題_fororder_微信圖片_20191018210859

ທ່ານສີຈິ້ນຜິງກ່າວວ່າ, ກິລາແມ່ນສັນຍະລັກທີ່ສຳຄັນແຫ່ງການພັດທະນາຂອງສັງຄົມແລະ ຄວາມກ້າວໜ້າຂອງມະນຸດ, ແມ່ນສ່ວນປະກອບທີ່ສຳຄັນຂອງການແລກປ່ຽນດ້ານວັດທະນະທຳ.ງານມະຫະກຳກິລາທະຫານໂລກກຳເນີດຂຶ້ນເພື່ອລະນຶກສັນຕິພາບ, ແລະໄດ້ຮັບການ ພັດທະນາໃນການເຜີຍແຜ່ມິດຕະພາບ, ກອງທັບຈີນຍິນດີຖືງານມະຫະກຳກິ ລາທະຫານໂລກຄັ້ງນີ້ເປັນໂອກາດ ຊຸກຍູ້ໃຫ້ການຮ່ວມມືດ້ານການທະຫານສາກົນໄດ້ຮັບການພັດທະນາ ອັນໃໝ່, ເພີ່ມທະວີການແລກປ່ຽນກັບກອງທັບປະເທດຕ່າງໆ, ລົງເລິກການຮ່ວມມືຕົວ ຈິງໃນທຸກຂົງເຂດ, ປະຕິບັດຕາມພັນຂອງຕົນໃນສາກົນຢ່າງບັງເກີດຜົນ, ຮ່ວມມືກັນຕ້ານການ ຂົ່ມຂູ່ແລະສິ່ງທ້າທາຍດ້ານຄວາມໝັ້ນຄົງຮ່ວມກັນ, ເພື່ອປະກອບສ່ວນຫຼາຍກວ່າໃນການເກົ່າໃນການປົກປັກຮັກສາສັນຕິພາບຂອງໂກແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. 

 

 

 

 

 

ຄຳ​ເຫັນ

0