黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວຈະສ້າງ ສວນສາທິດການຄົ້ນຄວ້າ ແລະພັດທະນາຢາພື້ນເມືອງລາວ

2019-10-19 14:07:16 cri

圖片默認標題_fororder_微信圖片_20191019130200

   ຕາມຂ່າວ CRI: ວັນທີ 18 ​ຕຸ​ລາ 2019, ທີ່ນະຄອນຫຼວງວຽງຈັນ, ສະຖາບັນນິເວດວິທະຍາ ແລະເຕັກໂນໂລຊີ ຊີວະພາບ ກະຊວງວິທະຍາສາດ ແລະເຕັກໂນໂລຊີ ໄດ້ເຊັນ ບົດບັນທຶກຄວາມເຂົ້າໃຈ(MOU) ຮ່ວມກັບບໍລິສັດ ສົ່ງເສີມເຕັກໂນໂລຊີ ສີຂຽວຈໍາກັດ, ລະຫວ່າງ ທ່ານ ນາງ ແກ້ວວິພອນ ອຸດທະຈັກ ຫົວໜ້າສະຖາບັນ ນິເວດວິທະຍາ ແລະເຕັກໂນໂລຊີ ຊີວະພາບຮ່ວມກັບ ທ່ານ ຊຸ່ຍຮ້າວ ປະທານສົ່ງເສີມເຕັກໂນໂລຊີ ສີຂຽວຈໍາກັດ, ມີທ່ານ, ມີທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງ ວິທະຍາສາດ ແລະເຕັກໂນໂລຊີ ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

   ຈຸດປະສົງກໍ່ເພື່ອ ຈະຮ່ວມກັນສ້າງ “ສວນສາທິດ ການຄົ້ນຄວ້າແລະພັດທະນາ ຢາພື້ນເມືອງລາວ ທັນສະໄໝ,ສີຂຽວ ແລະຍືນຍົງ” ເພື່ອເປັນສະຖານທີ່ສົ່ງ ເສີມການ ຄົ້ນຄວ້າ, ຍົກລະດັບການພັດທະນາ ແລະນໍາໃຊ້ຊັບພະຍາກອນພືດທີ່ເປັນຢາ ມາປຸງແຕ່ງເປັນຍາພື້ນເມືອງ ເພື່ອໃຫ້ມີປະສິດທິພາບສູງຂຶ້ນ. ໃນຂະບວນການ ສ້າງສວນສາທິດໃນຕໍ່ໜ້ານີ້ ແມ່ນຈະມີການນໍາໃຊ້ເຕັກໂນໂລຊີ ຊີວະພາບ ທີ່ທັນສະໄໝ.

   ທ່ານ ນາງ ແກ້ວວິພອນ ອຸດທະຈັກ ກ່າວວ່າ: ພາຍໃຕ້ການຊີ້ນໍາຂອງກະຊວງ ວິທະຍາສາດ ແລະເຕັກໂນໂລຊີ ແລະເຈດຈໍານົງຂອງບໍລິສັດ ສົ່ງເສີມເຕັກໂນໂລຊີ ສີຂຽວຈໍາກັດ ຫວັງວ່າທັງສອງຝ່າຍຈະຮ່ວມມື ແລະກໍານົດແຜນການລາຍລະອຽດ ແຕ່ລະໄລຍະ, ມີການຈັດຕັ້ງປະຕິບັດຕາມແຜນ ແລະນໍາໃຊ້ຊັບພະຍາກອນມະນຸດ ແລະຊັບພະຍາກອນທໍາມະຊາດໃຫ້ມີຄວາມສອດຄ່ອງກັນ ເພື່ອໃຫ້ຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດຮ່ວມກັນສູງສຸດຮ່ວມກັນ.

ຄຳ​ເຫັນ

0