黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ເລີ່ມ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​​ນຳ​ເຂົ້າ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ທີ່​ມີ​ມູນ​ຄ່າ 7 ຕື້ 500 ລ້ານ​ໂດ​ລາ​ສະ​ຫະ​ລັດ

2019-10-19 14:20:31 cri

ໂດຍ​ອີງ​ຕາມ​ຜົນ​ການ​ຕັດ​ສິນ​ແລະ​ການມອບ​ສິດ​ຢ່າງ​ເປັນ​ທາງ​ການ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ກ່ຽວ​ກັບ​ຄະ​ດີເງິນ​ອຸດ​ໜູນ​ບໍ​ລິ​ສັດແອບັ​ສ, ອາ​ເມ​ຣິ​ກາ​ເລີ່ມ​ຂຶ້ນ​ພາ​ສີ​ຕໍ່​ສິນຢ່າງ​ເປັນ​ທາງ​ການ​ຄ້ານຳ​ເຂົ້າ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ທີ່​ມີ​ມູນ​ຄ່າ 7 ຕື້ 500 ລ້ານ​ໂດ​ລາ​ສະ​ຫະ​ລັດ. ​ນັກ​ວິ​ເຄາະ​ເຫັນ​ວ່າ, ການ​ກະ​ທຳ​ດັ່ງ​ກ່າວ​ອາດ​ຈະ​ເຮັດ​ໃຫ້​ຄວາມ​ຂັດ​ແຂ້ງ​ກັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັບ​ສະ​ຫະ​ພາບ​ເອີ​ຣົບ​ຮຸນ​ແຮງ​ຂຶ້ນ​ຕື່ມ​ອີກ.

ອີງ​ຕາມ​ຖະ​ແຫຼງ​ການ​ທີ່​ຫ້ອງ​ການ​ຜູ້​ຕາງ​ໜ້າ​ການ​ຄ້າ​ອາ​ເມ​ຣິ​ກາ​ເປີດ​ເຜີຍ​ໃນ​ຕົ້ນ​ເດືອນ​ຕຸ​ລາ​ນີ້, ອາ​ເມ​ຣິ​ກາ​ຈະ​ຂຶ້ນ​ພາ​ສີ 10% ຕໍ່​ເຮືອ​ບິນ​ພົນ​ລະ​ເຮືອນ​ຂະ​ໜາດ​ໃຫຍ່​ຂອງ​ສະ​ຫະ​ພາບ​ເອີຣົບ, ແລະ​ຂຶ້ນ​ພາ​ສີ 25% ຕໍ່​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ແລະ​ຜະ​ລິດ​ຕະ​ພັນ​ອື່ນ​ໆ​ຂອງ​ສະ​ຫະ​ພາບ​ເອີ​ຣົບ.

ທ່ານ​ນາງ​ມາ​ມຸ​ສ​ທ​ຣົມ ກຳ​ມະ​ການ​ການ​ຄ້າ​ສະ​ຫະ​ພາບ​ເອີ​ຣົບ​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​​ທີ່ເປີດ​ເຜີຍ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ, ສະ​ຫະ​ພາ​ບ​ເອີ​ຣົບ​ຮູ້​ສຶກ​ເສຍ​ດາຍ​ຕໍ່​ອາ​ເມ​ຣິ​ກາ​​ທີ່ຊຸກ​ຍູ້​ແຜນ​ການ​ຂຶ້ນ​ພາ​ສີ. ນີ້​ເຮັດ​ໃຫ້​ສະ​ຫະ​ພາບ​ເອີ​ຣົບ​ບໍ່​ມີ​ທາງ​ເລືອກ​​ອື່ນໆ​ໃນ​ຕໍ່​ໜ້າ​, ພຽງ​ແຕ່​ຈະປະ​ຕິ​ບັດ​ມາດ​ຕະ​ການ​ຕອບ​ໂຕ້​ດ້ານ​ພາ​ສີ​ຕໍ່​ການ​​ກະ​ທຳອຸດ​ໜູນ​ບໍ​ລິ​ສັດ​ໂບອິງ​ທີ່​ລະ​ເມີດ​ກົດ​ໝາຍ. ທ່ານ​ນາງ​ກ່າວ​ວ່າ, ການ​ທີ່​ຂຶ້ນ​ພາ​ສີ​ເຊິ່ງ​ກັນ​ແລະ​ກັນ​ບໍ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ໄລ​ຍະ​ຍາວ​ຂອງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ, ນີ້​ຈະ​ທຳ​ລາຍ​ຕໍ່​ຕ່ອງ​ໂສ້​ສະ​ໜອງ​​ດ້ານ​ການ​ຜະ​ລິດ​ເຮືອ​ບິນ​ທີ່​ມີ​ລະ​ດັບ​ເຊື່ອມ​ເຂົ້າ​ກັນ​ສູງ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ແລະ​ສະ​ຫະ​ພາ​ບ​ເອີ​ຣົບ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ, ແລະ​​ຈະ​ທຳ​ລາຍ​ຂະ​ແໜງ​ການ​ອື່ນໆ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສະ​ພາບ​​ຄວາມເຄັ່ງ​ຕຶງ​ຍ້ອນ​ຄວາມ​ຂັດ​ແຍ້ງ​​ກັນ​ດ້ານ​ການ​ຄ້າ.

ຄຳ​ເຫັນ

0