鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງນາ​ຍົກ​ໄທ​ພົບ​ປະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ​ຊົນ​ນະ​ບົດ​ຈີນ

2019-10-20 15:17:10 cri

   ​ຫວ່າງ​ມໍ່ໆມານີ້ ທ່ານຈູ​ລິນ ລັກ​​ສະ​ນະ​ວິ​ສິດ, ຮອງນາ​ຍົກລັດ​ຖະ​ມົນ​ຕີ,ທັ​ງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​​ໄທ ໄດ້​ພົບ​ປະ​ກັບ​ທ່ານ​ຮານ​ຊາງ​ຟູ້, ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ​ຊົນ​ນະ​ບົດ​ຈີນພ້ອມດ້ວຍ​ຄະ​ນະ​​ຢູ່ນະ​ຄອນ​ຫຼວງ​ບາງກອກ, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ການ​ຮ່ວມ​ມື​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ​ດ້ານ​ກະ​ສິ​ກຳ, ຜູ້ຊ່ຽວ​ຊານກະ​ສິ​ກຳ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ, ​ການອົບ​ຮົມ-​ແລ​ກ​ປ່ຽນ​ພະ​ນັກ​ງານ​ເປັນ​ຕົ້ນ.

   ທ່ານ​ຮານ​ຊາງ​ຟູ້​ເວົ້າ​ວ່າ, ການຢ້ຽມ​ຢາມ​ຄັ້ງ​ນີ້ກໍ​ເພື່ອເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ-ໄທ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ຂອງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ໝາ​ກ​ຜົນ​ຫຼາຍກວ່າ​ເກົ່າ. ສອງ​ຝ່າຍ​ໄດ້​ຮ່ວມ​ມື​ຢ່າງ​​ແໜ້ນແຟ້ນພາຍ​ໃຕ້​ຂອບ​”ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ລະ​ຫວ່າງ​ຈີນ​-​ໄທ”, ແລະໄດ້​ຮັບ​ໝາກ​ຜົນ​ທີ່​ດີ​ໃນ​ການ​ຮ່ວມ​ມື​ດ້ານ​ທັນ​ຍາ​ຫານ​ແລະ​ກະ​ສິ​ກຳ​ລະ​ຫວ່າງ​ຈີນ-​ອາ​ຊຽນ ແລະ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ​ເຊິ່ງໃນ​ນັ້ນ, ໄທ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດທີ່​ສຳ​ຄັນ.

   ທ່າ​ນ​ຈູ​ລິນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ງານ​ທີ່​ພົ້ນ​ເດັ່ນ​ທີ່​ຈີນ​ໄດ້​ຮັບ​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໂດຍ​ເຫັນ​ວ່າ ບົດ​ຮຽນ​ຂອງ​ຈີນ​ມີ​ຄວາ​ມ​ໝາຍ​ຕໍ່​ໄທ​ແລະ​ປະ​ເທດ​ອື່ນໆ​ທີ່​ໜ້າ​ຖອດ​ຖອນ​ຮ່ຳ​ຮຽນ. ນອກນີ້ ທ່ານ​ຈູ​ລິນ​ຫວັງ​ວ່າ​ຈີນ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ຈັດ​ຊື້​ຢາງ​ທຳ​ມະ​ຊາດ2ແສນ​ໂຕນ​ລະ​ຫວ່າງ​ຈີ​ນ-ໄທ​ຕື່ມ​ອີກ ພາຍ​ໃຕ້​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ເພື່ອ​ຊ່ວຍ​ຫຼຸດ​ຜ່ອນ​ຄວາມ​ຫຍຸ້ງ​ຍາກ​ຂອງ​ໄທ​ຍ້ອນ​ລາ​ຄາ​ຢາງ​ພາ​ລາ​ຕົກ​ຕ່ຳ.

ຄຳ​ເຫັນ

0