曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ອິນເຕີເນັດໂລກຄັ້ງທີ 6

2019-10-20 18:12:33 cri

ວັນ​ທີ 20 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ໃຫຍ່​ອິນ​ເຕີ​ເນັດ​ໂລກ​ຄັ້ງ​ທີ 6 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ອູ່​ເຈີ້ນ ​ແຂວງ​ເຈີ້​ຈ່ຽງ ສ​ປ​ຈີນ​. ທ່ານ​ສີ​ຈິ້ນ​ຜິງ ປະ​ເທານ​ປະ​ເທດ​ຈີນ​ໄດ້​ສົ່ງ​​ສານອວຍ​ພອນ​ເຖິງກອງ​ປະ​ຊຸມ​ດັ່ງ​ກ່າວ.

  ​ໃນ​ສານ​ຂອງທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວວ່າ, ປີ​ນີ້​ແມ່ນ​ອິນ​ເຕີ​ເນັດ​ກຳ​ເນີດ​ເກີດ​ຂຶ້ນ​ຄົບ​ຮອບ 50 ປີ. ປັດ​ຈຸ​ບັນ, ​ຂະ​ບວນ​ການປະ​ຕິ​ວັດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ການ​ປະ​ຕິ​ຮູບ​ອຸດ​ສາ​ຫະ​ກຳ​ຮອບໃໝ່​ພວມ​ເລັ່ງ​ລັດ​ໄວ​ຂຶ້ນ, ເຕັກ​ນິກ​ໃຫມ່​ແລະການ​ປະ​ຍຸກ​ນຳ​ໃຊ້​ເຕັກ​ນິກ​ໃຫມ່​ແລະ​ຮູ​ບ​ແບບ​ທຸ​ລະ​ກິດ​ໃໝ່​ ເຊັ່ນ: ປັນ​ຍາ​ປະ​ຕິດ​ຫຼື AI, ການຂໍ້​ມູນ​ໃຫຍ່ ອິນ​ເຕີ​ເນັດ​ໃນ​ທຸກ​ສິ່ງ​ຂອງ​ຫຼື IOT ເປັນ​ຕົ້ນ​ພວມ​ຂະ​ຫຍາຍ​ຕົວ​ແຮງ, ອິນ​ເຕີ​ເນັດ​ໄດ້​ມີ​ກຳ​ລັງຊຸກ​ດັນ​ການພັດ​ທະ​ນາ​ທີ່​ແຂງ​ແຮງກວ່າ​ເກົ່າ​ແລະ​​ມີ​ພື້ນ​ທີ່​ການ​ພັດ​ທະ​ນາ​​ທີ່ກວ້​າງ​ຂວາງກວ່າ​ເກົ່າ. ​ການພັດ​ທະ​ນາ ນຳ​ໃຊ້ ແລະ​ບໍ​ລິ​ຫານອິນ​ເຕີ​ເນັດ​​ໃຫ້ດີ, ​ເພື່ອເຮັດ​ໃຫ້​ອິນ​ເຕີ​ເນັດ​​ຮັບ​ໃຊ້​ກມວນ​ມະ​ນຸດ​ໄດ້​ດີກວ່າ​ເກົ່າ ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຮ່ວມ​ຂອງ​ປະ​ຊາ​ຄົມ​ໂລກ. ບັນ​ດາ​ປະ​ເທດ​ຄວນ​ປະ​ຕິ​ບັດ​ຕາມ​ກະ​ແສ​ຍຸກ​ສະ​ໄໝ, ​ແບກ​ຫາບໜ້າ​ທີ່​ຮັບ​ຜິດ​ຊອບ​​ດ້ານ​ການພັດ​ທະ​ນາ​ຢ່າງ​ກ້າ​ຫານ, ຮ່ວມ​ຮັບ​ມື​​ກັບຄວາມ​ສ່ຽງ​​ຈາກ​ສິ່ງ​ທ້າ​ທາຍ​ຕ່າງໆ, ຮ່ວມ​ກັນ​ຊຸກ​ຍູ້​​ການ​ບໍ​ລິ​ຫານ​ທົ່ວ​ໂລກ​ຕໍ່​​ພື້ນ​ທີ່ອິນ​ເຕີ​ເນັດ, ພະ​ຍາ​ຍາມ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ພື້ນ​ທີ່ອິນ​ເຕີ​ເນັດ.

ຄຳ​ເຫັນ

0