尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ໂຕະ​ມົນ​ພຸດ​ທະ​ສາ​ສະ​ໜາ​ທະ​ເລ​ຈີນ​ໃຕ້ປີ 2019 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊິ່ນ​ເຈີ້ນ

2019-10-20 17:05:06 cri

ກອງ​ປະ​ຊຸມ​ໂຕະ​ມົນ​ພຸດ​ທະ​ສາ​ສະ​ໜາ​ທະ​ເລ​ຈີນ​ໃຕ້​ປີ 2019 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊິ່ນ​ເຈີ້ນ​​ແຂວງກວາງ​ຕຸ້ງ ສ​ປ ຈີນ, ​ຜູ້​ນຳ​ໃນ​ວົງ​ການ​ພຸດ​ທະ​ສາ​ສະ​ໜາ​ແລະ​ບຸກ​ຄົນ​ໃນ​ວົງ​ການ​ການ​ເມືອງ​ແລະ​ການ​ສຶກ​ສາ​ການ​ຄ້າ​ຈາກ 18 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊັ່ນ:​ລາວ,ມຽນ​ມາ,ຟີ​ລິບ​ປິນ,ມົງ​ໂກ​ລີ,ກຳ​ປູ​ເຈຍ,ເນ​ປານ,ສີ​ລັງ​ກາ,ໄທ,ສິງ​ກະ​ໂປ​ແລະ​ມາ​ເລ​ເຊຍ​ເປັນ​ຕົ້ນ​ໄດ້​ຮຽກ​ຮ້ອງ​ໃຫ້​ຮ່ວມ​ມື​ກັນເພື່ອ​ຊຸກ​ຍູ້​​ການ​ແລກ​ປ່ຽນ​ແລະການ​ພັດ​ທະ​ນາ​ດ້ານ​ອະ​ລິຍະ​ທຳ​​ໃນອາ​ຊີ,ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​​ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ,ແລະຮ່ວມ​ກັນ​ຊົມ​ໃຊ້​ໝາກ​ຜົນ​ການ​ພັດ​ທະ​ນາອະ​ລິຍະ​ທຳ.
 

​ຫົວ​ຂໍ້ຂອງກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ “​ຖອດ​ຖອນແລະ​ຮຽນ​ຮູ້ເຊິ່ງ​ກັນ​ແລະ​ກັນ,ຊົມ​ໃຊ້​ການ​ພັດ​ທະ​ນາ​ຮ່ວມກັນ”. ພ​ຣະ​ມະ​ຫາ​ອາ​ຈານ ອິ້ນ​ຊຸ້ນ ​ຮອງ​ປະ​ທານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຈີນ ​​ເຈົ້າອາ​ວາດວັດ​ຫົງ​ຝ້າ​ເຊິ່ນ​ເຈີ້ນໄດ້ປະ​ກອ​ບ​ຄຳ​ເຫັນ​ໂດຍ​ຮຽກ​ຮ້ອງ​ໃຫ້​ຜູ້​ນຳ​ໃນ​ວົງ​ການ​ພຸດທະ​ສາ​ສະ​ໜາ​​ຈົ່ງ​ກ້າວເດີນ​ໄປ​ຕາມຍຸກ​ສະ​ໄໝ,ພິ​ຈາ​ລະ​ນາ​ຢ່າງ​ສຸ​ຂຸມ​ຮອບ​ຄອບ​ເພື່ອ​ສະ​ແຫວງ​ຫາ​ການ​ປ່ຽນ​ແປງ​ໃໝ່,ຮ່ວມ​ກັນ​ຊຸກ​ຍູ້​ວຽກ​ງານ​ພຸ​ດ​ທະ​ສາ​ສະ​ໜາ​ໃຫ້​ພັດ​ທະ​ນາ​ໄປ​ຕາມ​ຍຸກ​ສະ​ໄໝ,​ປັບ​ຕົວ​ໃຫ້ສອດ​ຄ່ອງ​ກັບ​ການ​ປ່ຽນ​ແປງ​ໃນ​ຍຸກໃໝ່.
 

ໃນ​ຂັ້ນ​ຕອນ​ການ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​​ໃນກອງ​ປະ​ຊຸມ,ຜູ້​ນຳ​ພຸດ​ທະ​ສາ​ສະ​ໜາ​ແລະ​ບຸກ​ຄົນ​ວົງ​ການການ​ເມືອງ​ແລະການ​ຄ້າ​ໄດ້​ຮ່ວມ​ກັນ​ຄົ້ນ​ຄວ້າ​ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຈະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ໂດຍ​ຜ່ານ​ການ​ແລກ​ປ່ຽນ​ອະ​ລິ​ຍະ​ທຳ,​ໃຊ້​ສະ​ຕິ​ປັນ​ຍາ​ພຸດ​ທະ​ສາ​ສະ​ໜາ​ເຂົ້າ​ໃນ​ການຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນແລະຮ່ວມ​ກັນຊົມ​ໃຊ້​ໝາກ​ຜົນ​ການ​ພັດ​ທະ​ນາ​.

ຄຳ​ເຫັນ

0