曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຮານເຈີ້ງເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດຜູ້ນຳບໍລິສັດຂ້າມຊາດຊິ່ງຕາວ

2019-10-20 18:15:10 cri

ວັນ​ທີ 19 ຕຸ​ລາ​ນີ້, ທ່ານ​ຮານ​ເຈີ້ງ ກຳ​ມະ​ການ​ປະ​ຈຳ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ຂອງກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ດາວ​ຜູ້​ນຳ​ບໍ​ລິ​ສັດ​ຂ້າມ​ຊາດ​ຊິ່ງ​ຕາວ​ທີ່​ຈັດ​ຂຶ້ນ​ຢູ່​ຊິ່ງ​ຕາວ ແຂວງ​ຊ່ານ​​ຕົ່ງ​ແລະ​ໄດ້​ອ່ານ​ສານ​ຊົມ​ເຊີຍ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ທັງກ່າວ​ຄຳ​ປາ​ໄສ.

  ທ່ານ​ຮານ​ເຈີ້ງ​ກ່າວ​ວ່າ, ໃນ​ຂະ​ບວນ​ການ​ປະ​ຫວັດ​ສາດ​ຂອງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ, ບໍ​ລິ​ສັດ​ຂ້າມ​ຊາດ​ໄດ້​ເປັນ​ຜູ້​ເຂົ້າ​ຮ່ວມ, ເປັນ​ສັກ​ຂີ​ພິ​ຍານ ແລະ​ກໍ​ເປັນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ. ​ຈີນ​ຍິນ​ດີ​ຕ້ອນ​ຮັບ​ບໍ​ລິ​ສັດ​ຂ້າມ​ຊາດ​ລົງ​ເລິກ​ການ​ລົງ​ທຶນ​ຢູ່​ຈີນ, ຈີນ​ຈະ​ຜ່ອນ​ຄາຍ​ເງື່ອນ​ໄຂ​ໃນ​ການ​ອະ​ນຸ​ຍາດການ​ລົງ​ທຶນ​ຂອງຕ່າງ​ປະ​ເທດ​​ຕື່ມ​ອີກ, ລົງ​ເລິກ​ປະ​ຕິ​ບັດ​ລະ​ບຽບ​ການ​ການ​ປະ​ຕິ​ບັດ​ຕໍ່​​ເທົ່າ​ທຽມ​ກັບພົນ​ລະ​ເມືອງ​ຈີນ​ແລະ​ລາຍ​ການ​ທາງ​ລົບ, ເພີ່​ມ​ທະ​ວີ​ປົກ​ປັກ​ຮັກ​ສາຊັບ​ສິນ​ທາງ​ປັນ​ຍາ, ​ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນທຸ​ລະ​ກິດ​ຂອງ​ບໍ​ລິ​ສັດ​ຂ້າມ​ຊາດ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ. ​ຈີນຍິນ​ດີ​ຕ້ອນ​ຮັບ​ບໍ​ລິ​ສັດ​ຂ້າມ​ຊາດ​​ຊົມ​ໃຊ້ໂອ​ກາດ​​ໃນຕະ​ຫຼາດ​ໃຫຍ່​ຂອງ​ຈີນ, ຈີນ​ຈະ​​ປັບ​ລົງ​ພາ​ສີ​ຕື່ມ​ອີກ, ກຳ​ຈັດ​ກຳ​ແພງ​ການ​ຄ້າ​ທີ່​ບໍ່​ແມ່ນພາ​ສີ​ຊະ​ນິດ​ຕ່າງໆ​, ເລັ່ງ​ລັດ​ສ້າງ​ຄວາມ​ສະ​ດວກ​​ໃຫ້​ການ​ຜ່ານ​ດ່ານ​, ລົງ​ເລິກ​ການ​ຮ່ວມ​ມື​ທາງ​ການ​ຄ້າ​ສິນ​ຄ້າ​​ປະ​ເພດ​ຈັບ​ຕ້ອງ​ໄດ້ແລະ​ການ​ຄ້າ​ການ​ບໍ​ລິ​ການ​ກັບ​ປະ​ເທດຕ່​າງໆ. ​ຈີນ​ຊົມ​ເຊີຍ​ບໍ​ລິ​ສັດ​ຂ້າມ​ຊາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ, ຈີນ​ຍິນ​ດີ​ຮ່ວມ​ກັບ​ບໍ​ລິ​ສັດ​ຂ້າມ​ຊາດ, ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການ​ປະ​ດິດ​ສ້າງ​ໃໝ່, ການ​ພັດ​ທະ​ນາ​ສີ​ຂຽວ, ການ​ບໍ​ລິ​ຫານໂລກ​ເປັນ​ຕົ້ນ. ຍິນ​ດີ​ຕ້ອນ​ຮັບ​ບໍ​ລິ​ສັດ​ຂ້າມ​ຊາດ​ເຂົ້າ​ຮ່ວມ​​ການສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ” ​ຢ່າງ​ເລິກ​ເຊິ່ງ, ລົງ​ເລິກ​ການ​ຮ່ວມ​ມື​​ດ້ານ​ການ​ສ້າງຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ​ສາ​ກົນ, ຮ່ວມ​ດຳ​ເນີນ​ການ​ຮ່ວມ​ມື​ຕະ​ຫຼາດ​ຝ່າຍ​ທີ 3. ​ຈີນ​ຍິນ​ດີ​ຕ້ອນ​ຮັບ​ບໍ​ລິ​ສັດ​ຂ້າມ​ຊາດ​ຮັກ​ສາ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ຮ່ວມ​ກັນ, ຍິນ​ດີ​ຮ່ວມ​ກັບ​ບໍ​ລິ​ສັດ​ຂ້າມ​ຊາດ​ຊຸກ​ຍູ້​ການ​ລົງ​ທຶນ​ການ​ຄ້າ​ຫັນ​ເປັນ​ເສ​ລີ​ ​ແລະ​ມີ​ຄວາມ​ສະ​ດວກ​ກວ່າ​ເກົ່າ, ຊຸກ​ຍູ້​​ເສດ​ຖະ​ກິດ​​ໂລ​ກາ​ພິ​ວັດ​ໃຫ້ພັດ​ທ​ະ​ນາ​​ຕາມ​ທິດ​ທາງ​ທີ່​ເປີດ​ປະ​ຕູ ກວມ​ລວມ ໄດ້​​ຮັບຜົນ​ປະ​ໂຫຍດ​ໂດຍ​ທົ່ວ​ໄປ ​ສົມ​ດຸນ​ກັນ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຍ​ຫດ​ຫຼາຍ​ກວ່າ​ເກົ່າ.

ຄຳ​ເຫັນ

0