曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນເປັນໜຶ່ງໃນບັດາປະເທດທີ່ສາມາດດຶງດູດການລົງທຶນຂອງຕ່າງປະເທດໄດ້ຫຼາຍທີ່ສຸດ

2019-10-20 18:13:52 cri

ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ບໍ​ລິ​ສັດ​ຂ້າມ​ຊາດ​ຊິ່ງ​ຕາວ​ໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 19 ຕຸ​ລາ​ນີ້​​ແລະໃນ​ກອງ​ປະ​ຊຸມ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​ບໍ​ລິ​ສັດ​ຂ້າ​ມ​ຊາດ​ລົງ​ທຶນຢູ່​ຈີນ 40 ປີ” ທີ່​ຮຽບ​ຮຽງ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນກະ​ຊວງ​ການ​ຄ້າ​ຈີນຢ່າງ​ເປັນ​ທາງ​ການໂດຍສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2018, ຈີນ​ສາ​ມາດ​ດູດ​ດຶງ​ການ​ລົງ​ທຶນ​ຕ່າງ​ປະ​ເທດ​​ໄດ້ 134,97 ຕື້​ໂດ​ລາ​ສະ​ຫະ​ລັດ, ເປັນ​ທີ 2 ໃນ​ທົ່ວ​ໂລກ. ​ມາ​ຮອດທ້າຍ​ປີ 2018, ​ວິ​ສາ​ຫະ​ກິດ​ທີ່​ທຶນ​ຕ່າງ​ປະ​ເທດ​​ທີ່​ສ້າງ​ຕັ້ງ​ຂຶ້ນ​ຢູ່​ຈີນ​ມີ 961000​ແຫ່ງ, ດູດ​ດຶງ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດມາ​ລົງ​ທຶນ 2100 ຕື້​ໂດ​ລາ​ສະ​ຫະ​ລັດ, ​ເຊິ່ງເປັນ​ໜຶ່ງ​ໃນ​ບັນ​ດາປະ​ເທດ​ທີ່​​ສາ​ມາດດູດ​ດຶງ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​​ໄດ້ຫຼາຍ​ທີ່​ສຸດ​ໃນ​ໂລກ.

  ບົດ​ລາຍ​ງານ​ດັ່ງ​ກ່າວ​ຍັງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ໃນ​ຊຸມ​ປີ​​ມໍ່ໆມາ​ນີ້, ​ເວົ້າ​ສຳ​ລັບ​ນັກ​ທຸ​ລະ​ກິດ​ຂອງ​ຕ່າງ​ປະ​ເທດ​ແລ້ວ, ສະ​ພາບ​ແວດ​ລ້ອມການ​ລົງ​ທຶນ​ຂອງ​ຈີນ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ລັດ​ຖະ​ບານ​ຈີນ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ວຽກ​ງານ​​ການລົງ​ທຶນ​ຂອງຕ່າງ​ປະ​ເທດ, ​ເຊິ່ງສະ​ແດງ​​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຈີນ​​ໃນ​ການເປີດ​ປະ​ຕູ​ສູ່​ພາຍນອ​ກ​ຢ່າງ​ຕໍ່​ເນື່ອງ​ແລະຕັ້ງ​ໜ້າ​ດູດ​ດຶງ​ການ​ລົງ​ທຶນ​ຕ່າງ​ປະ​ເທດ. ​ຂະ​ນະ​ທີ່ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​​ຂອງຕ່າງ​ປະ​ເທດຈະ​​ເລີ່ມ​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ​​ນັບ​ແຕ່​ວັນ​ທີ 1 ມັງ​ກອນ ປີ 2020 ເປັນ​ຕົ້ນ​ໄປ, ​ເຊິ່ງ​ຈະ​ເປັນ​ການ​ສະ​ໜອງ​ການ​ຮັບ​ປະ​ກັນ​​ດ້ານ​ລະ​ບຽບກົດ​ໝາຍ​ທີ່ດີກວ່າ​ເກົ່າ​ໃຫ້​ແກ່​​ນັກ​ທຸ​ລະ​ກິດຕ່າງ​ປະ​ເທດ. ນອກ​ນີ້, ລັດ​ຖະ​ບານ​ຈີນ​ຍັງ​ໄດ້​ປະ​ກາດ​ເອ​ກະ​ສານ​ອັນ​ສຳ​ຄັນ​ຫຼາຍ​ສະ​ບັບ, ​ເພື່ອອອກ​ມາດ​ຕະ​ການ​ທີ່​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ,​ປ​ລະ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ໃຫ້​ດີ​ຂຶ້ນ.

ຄຳ​ເຫັນ

0