蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ສອງ​ມາດ​​ຕະຖານ” ຈະ​ສ້າງ​ຜົນ​ກະ​ທົບ​ໃຫ້​ຕົນ​ເອງ

2019-10-21 16:33:45 CRI

ເຂດກ​າ​ຕາ​ໂລ​ເນຍ​ປະ​ເທດ​ແອ​ສ​ປາຍ​ໄດ້​ລອກ​ແບບ​ການ​ໃຊ້​ຄວາມ​ຮຸນ​ແຮງ​​ຢ່າງ​ຜິດ​ກົດ​ໝາຍ​ຄື​ກັນ​ກັບ​ເຂດ​ຮົງ​ກົງ​ຈີນ. ກ່ຽວ​ກັບ​ເລື່ອງ​ນີ້, ລັດ​ຖະ​ບານ​ອັງ​ກິດ ແລະ ອາ​ເມ​ຣິ​ກາ​ທີ່​ບໍ່​ເອົາ​ຫົວ​ຊາ​ຕໍ່ຄວາມ​ຮຸນ​ແຮງ​ແບບ​ຜິດ​ກົດ​ໝາຍ​​ຢູ່ເຂດ​ຮົງ​ກົງ​ມາ​ໂດຍ​ຕະຫຼອດ​ນັ້ນ​ພັດມີ​ທ່າ​ທີ​ມິດ​ງຽບ​, ສື່ມວນ​ຊົນ​ຕາ​ເວັນ​ຕົກ​ທີ່​ເຄີຍ​ໃຫ້​ກຳ​ລັງ​ໃຈ​ແກ່​ກຸ່ມ​ຜູ້​ກໍ່​​ເຫດ​ການຈະ​ລາ​ຈົນ​ຢູ່​ຮົງ​ກົງ​ກໍ​ໄດ້​ປ່ຽນ​ແປງ​ທັດ​ສະ​ນະ​ຂອງ​ຕົນ​ທັນ​ທີ, ​ໂດຍກ່າວ​ປະ​ນາມ​ພວກ​ກໍ່​ຈະ​ລາ​ຈົນ​ເຫຼົ່​າ​ນີ້ ແລະ ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ແອ​ສ​ປາຍ​ໃຊ້​ການ​ເຄື່ອນ​ໄຫວ​ຕ້ານ​ການ​ກະ​ທຳ​ເຫຼົ່າ​ນີ້. ບົດ​ຄວາມ​ລະ​ບຸ​ຕື່ມ​ວ່າ, ເຫດ​ການ​ດຽວ​ກັນ​ຖ້າ​ເກີດ​ຂຶ້ນ​ຢູ່​ຮົງ​ກົງ, ກໍ​ແມ່ນ “ຂະ​ບວນ​ການ​ປະ​ຊາ​ທິ​ປະ​ໄຕ”​ເທົ່າ​ນັ້ນ, ຖ້າ​ເກດ​ຂຶ້ນ​ຢູ່​ແອ​ສ​ປາຍ​ພັດເປັນ “ເຫດ​ການ​ຈະ​ລາ​ຈົນ​ໃຊ້​ຄວາມ​ຮຸນ​ແຮງ”. ຝ່າຍ​ຕາ​ເວັນ​ຕົກ​ໃຊ້​ສອງ​ມາດ​ຕະ​ຖານ​ຢ່າງ​ເປີດ​ແປນ​ແບບ​ນີ້, ພຽງ​ໄດ້​ເປີດ​ເຜີຍ​ໃຫ້​ເຫັນ​ເຖິງ​ອັນ​ທີ່​ວ່າ “ເສ​ລີ​ພາບ​ປະ​ຊາ​ທິ​ປະ​ໄຕ​”ທີ່​ເຂົາ​ເຊີນ​ຊູ​ນັ້ນ​ເປັນການຫຼິ້ນ​ອຸ​ບາຍ​ ໂດຍ​ພິ​ຈາ​ລະ​ນາ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ຕົນ “​ໄດ້​ປະ​ໂຫຍດ​ຈິ່ງ​ສະ​ໜັບ​ສະ​ໜູນ, ຖ້າ​ບໍ່​ມີ​ປະ​ໂຫຍດ​ກໍ​​ປະ​ຖິ້ມ” ເຊິ່ງ​​ເປັນ​ການ​ປົກ​ປິດ​ໜ້າ​ກາກອັນ​ຈອມ​ປອມ​ໃນ​ການ​ແຊກ​ແຊງວຽກ​ງານ​ຮົງ​ກົງ​ຂອງ​ຕາ​ເວັນ​ຕົກ. ຍ້ອນ​ວ່າ​ໄດ້​ພິ​ຈາ​ລ​ະ​ນາ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ຕົນ, ຝ່າຍ​ຕາ​ເວັນ​ຕົກ​​ໃຊ້​ສອງ​ມາດ​ຕະ​ຖານ​​ແລະ​ຍຸ​ຍົງ​ສົ່ງ​ເສີມ​ການ​ໃຊ້​ຄວາມ​ຮຸງ​ແຮງ​​ຢູ່ຮົງ​ກົງນັ້ນ, ປັດ​ຈຸ​ບັນ ພວມ​ຕ່າວ​ປີ້ນ​ມາ​ກະ​ທົບ​ຕໍ່​ຕົນ​ເອງປານ​ເອົາ​ກ້ອນ​ຫີນ​ທຸບ​ຕີນ​ໂຕ​ເອງ.

ຄຳ​ເຫັນ

0