黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ທ​ຣຳ ກ່າວ​ວ່າ​ຈະ​ເລືອກ​ບ່ອນ​ຈັດ​ກອ​ງ​ປະ​ຊຸມ​ສຸດຍອດ G7 ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ​ໜ້າ​ຄືນ​ໃໝ່

2019-10-21 15:11:38 cri

ຕອນ​ຄ່ຳ​ວັນ​ທີ 19 ຕຸ​ລາ​ນີ້, ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກ່າວ​ວ່າ, ຍ້ອນ​ວ່າ​ສື່ມວນ​ຊົນ​ແລະ​ສະ​ມາ​ຊິກ​ພັກ​ປະ​ຊາ​ທິ​ປະ​ໄຕ​ມີ​ເຈດ​ຕະ​ນາ​ເປັນ​ປໍ​ລະ​ປັກ, ທ່ານ​ຈຶ່ງ​ຕົກ​ລົງ​ຍົກ​ເລີກ​​ສະ​ຖານ​ທີ່​ຈັດ​ກອງ​ປະ​ຊຸມ​ສຸດຍອດ G7 ໃນ​ປີ 2020ທີ່​ຈະ​ຈັດ​ຂຶ້ນ​ຢູ່​ສະ​ໂມ​ສອນ​ກ້ອ​ຟ​ສ່ວນ​ຕົວ​ຂອງ​ຕົນ​ຢູ່​ລັດ​ຟ​ຣໍ​ຣີ​ດາ, ແລະ​ເລືອກສະ​ຖານ​ທີ່ຈັດ​ກອງ​ປ​ະ​ຊຸມ​ສຸດຍອດ G7 ຄືນ​ໃໝ່.

ທ່ານ​ທ​ຣຳ ລະ​ບຸ​ໃນ​ສື່​ສັງ​ຄົມ​ອອນ​​ລາຍ​ວ່າ, ອາ​ເມ​ຣິ​ກາ​ຈະ​ເລີ່ມ​ຊອກ​ຫາ​​ສະ​ຖານ​ທີ່​ອື່ນ​ເປັນ​ບ່ອນ​ຈັດ​ກອງ​ປະ​ຊຸມ​ສຸດຍອດ G7 ໃນ​ປີ​ໜ້າ, ​ແຄ້ມ​ເດ​ວິດ​ເຊິ່ງ​ເປັນ​ສະ​ຖານ​ທີ່​ພັກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຕັ້ງ​ຢູ່​​ລັດ​ແມ​ຣິ​ແລນ​ກໍ​ຢູ່​ໃນ​​ບັນ​ຊີ​ລາຍ​ການ​ພິ​ຈາ​ລະ​ນາ.

ວັນ​ທີ 17 ຕຸ​ລາ​ນີ້, ທ່ານ​ເມົ້າ​ເວນ​ນີ ​ຮັກ​ສາ​ການ​ຫົວ​ໜ້າ​ຫ້ອງ​ການ​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ປະ​ກາດ​ວ່າ, ກອງ​ປະ​ຊຸມ​ສຸດຍອດ G7 ຈະ​ຈັດ​ຂຶ້ນ​ຢູ່ “ສະ​ໂມ​ສອນ​ກ້ອ​ຟ​ ໂດ​ໂນ​ແຫ່ງ​ຊາດ ທ​ຣຳ” ທີ່​ຕັ້ງ​ຢູ່​ໄມ​ອາ​ມິ​​ລັດ​ຟ​ຣໍ​ຣີ​ດາ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 12 ມິ​ຖຸ​ນາ​ປີ 2020. ການ​ກະ​ທຳ​ດັ່ງ​ກ່າວ​ເຮັດ​ໃຫ້​ພັກ​ປະ​ຊາ​ທິ​​ປະ​ໄຕ​, ສື່ມວນ​ຊົນ​ແລະ​ສະ​ມາ​ຊິກ​ສ່ວນ​ໜຶ່ງ​ຂອງ​ພັກສາ​ທາ​ລະ​ນະ​ລັດຂອງ​ອາ​ເມ​ຣິ​ກາ​ຮູ້​ສຶກ​ບໍ່​ພໍ​ໃຈ, ໂດຍ​ຕິ​ຕຽນ​ທ່ານ​ທ​ຣຳ​​ວ່າສະ​ແຫວງ​ຫາ​ຜົນ​ປ​ະ​ໂຫຍດ​ສ່ວນ​ຕົວ​ໃນ​ນາມສ່ວນ​ລວມ.

ຄຳ​ເຫັນ

0