黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສວີ​ສີ​ລ້ຽງ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສິງ​ກະ​ໂປ

2019-10-21 15:31:30 cri

ວັນ​ທີ 21 ຕຸ​ລາ​ນີ້​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ, ທ່ານ​​ສວີ​ສີ​ລ້ຽງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ອຶງ​ເອງ​ເຮງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສິງ​ກະ​ໂປ​​ໂອ​ກາດ​ເດີນ​ທາງ​ມາ​ປະ​ເທດ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມເວ​ທີ​ປຶ​ກ​ສາ​ຫາ​ລື​ຊ່ຽງ​ຊ່ານ​​ຄັ້ງ​ທີ 9.

ທ່ານສວີ​ສີ​ລ້ຽງ ກ່າວ​ວ່າ, ຈີນ​ແລະ​ສິງ​ກະ​ໂປ​ແມ່ນ​ປະ​ເທດ​​ບ້ານ​ໃກ້​ເຮືອນ​ຄຽງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ລີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ຮ່ວມ​ກັນ​​ນຳ​ພາ, ເພື່ອຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່. ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ລະ​ຫວ່າງກອງ​ທັບ​ຂອງ​ສອງ​ປະ​ເທດ​ໄດ້​ມີ​ຄວາມ​ກ້າວ​ໜ້າ​​ຢ່າງ​ໃຫຍ່​ຫຼວງໃນ​ຫຼາຍ​ປີ​ຜ່ານ​ມາ, ຫວັງ​ວ່າ​ສອງ​ຝ່າຍ​ຈະ​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ, ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ຍຸດ​ທະ​ສາດ​ຕື່ມ​ອີກ, ຊຸກ​ຍູ້​ການ​ຮ່ວມ​ມື​​ທີ່ແທ້​ຈິງ, ​ແລະເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ຫຼາຍ​ຝ່າຍ, ​ເພື່ອເຮັດ​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງກອງ​ທັບ​ຂອງ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ທ່ານ ​ອຶງ​ເອງ​ເຮງ ກ່າວ​ວ່າ, ສິງ​ກະ​ໂປ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ຈີນ, ປະ​ຕິ​ບັດ​ຕາມ​ຄວາມ​ເຫັນ​​ທີ່ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ​ໃຫ້​ດີ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ລະ​ຫວ່າງກອງ​ທັບ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ຄຳ​ເຫັນ

0