黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ສົ່ງ​ສານຊົມ​ເຊີຍ​ຕໍ່​ກອງ​ປະ​ຊຸມເວ​ທີ​ປຶກ​ສາ​ຫາ​ລື​​ການ​ພັດ​ທ​ະ​ນາ​ແລະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ-ປະ​ເທດໝູ່​ເກາະມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຄັ້ງ​ທີ 3

2019-10-21 15:11:06 cri

ວັນ​ທີ 21 ຕຸ​ລາ​ນີ້, ກອງ​ປະ​ຊຸມເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພັດ​ທ​ະ​ນາ​ແລະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ-ປະ​ເທດໝູ່​ເກາະມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຄັ້ງ​ທີ 3 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງອາ​ເປຍ​ປະ​ເທດ​ຊາ​ມົວ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານສະ​ແດງ​ຄວາມ​ຊົມ​ເຊີຍນ​ຕໍ່​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ.

ທ່ານ​ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ, ເດືອນ​ພະ​ຈິກ​ປີ 2018, ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ​​ກັບ​ຜູ້​ນຳ​ບັນ​ດາ​ປະ​ເທດ​​ໝູ່ເກາະ ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກຢູ່​ປາ​ປົວນິວ​ກີ​ເນ, ​ເຫັນ​ດີຮ່ວມ​ກັນຍົກ​ລະ​ດັບການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ທີ່​ຕ່າງ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ແລະ​ພັດ​ທ​ະ​ນາ​ຮ່ວມ​ກັນ. ໄດ້​ເປີດ​ສັກ​ກະ​ຫຼາດ​ໃໝ່​ດ້ານ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ໝູ່​ເກາະ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ.

ທ່ານ​ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ວ່າ:  ການ​ຈັດກອງ​ປະ​ຊຸມເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພັດ​ທ​ະ​ນາ​ແລະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ-ປະ​ເທດໝູ່​ເກາະມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຄັ້ງ​ທີ 3 ແມ່ນ​ຄວາມ​ເຫັນ​ເປັນ​ເອກ​ະ​ພາບ​ສຳ​ຄັນ​ທີ່​ຂ້າ​ພະ​ເຈົ້າ​ແລະ​ຜູ້​ນຳ​ປະ​ເທດ​ໝູ່​ເກາະ​ອາ​ຊີ​ອາ​ຟີ​ຊິກໄດ້​ຕົກ​ລົງ​ຮ່ວມ​ກັນ​, ຫວັງ​ວ່າ​ສອງ​ຝ່າຍ​​ຈະ​ນຳ​ໃຊ້​ເວ​ທີ​ສຳ​ຄັນ​ດັ່ງ​ກ່າວ​ໃຫ້​ເກີດດອກ​ອອກ​ຜົນ, ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ, ການ​ຮ່​ວມ​ມືແລະ​ການ​ແລກ​ປ່ຽນ, ເພື່ອ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ໃຫຍ່​ຫຼວງກວ່າ​ເກົ່າ.

ຄຳ​ເຫັນ

0