蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ຊົມ​ເຊີຍ​​ເຖິງ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຊ່ຽງ​ຊ່ານ​ປັກ​ກິ່ງ​ຄັ້ງ​ທີ 9

2019-10-21 16:31:08 CRI

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຊ່ຽງ​ຊ່ານ​ປັກ​ກິ່ງ​ຄັ້ງ​ທີ 9 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 21 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ກອງ​ປະ​ຊຸມ​ດັ່ງ​ກ່າວ.

ສານ​ຊົມ​ເຊີຍ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຂຽນ​ວ່າ, ສັນ​ຕິ​ພາບ​ແມ່ນ​ຄວາມ​ປາ​ຖະ​ໜາ​​ອັນຖາ​ວອນ​ຂອງມວນ​ມະ​ນຸດ. ຈີນ​ຍຶດ​ໝັ້ນ​​ການຊຸກ​ຍູ້​ການ​ຮ່ວມມືກັນ​ດ້ວຍ​ການ​ປຶກ​ສາ​ຫາ​ລື, ຊຸກ​ຍູ້​ສັນ​ຕິ​ພາບ​ດ້ວຍ​ການ​ຮ່ວມ​ມື​ກັນ ແລະ ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ດ້ວຍ​ສັນ​ຕິ​ພາບ.

ສານ​ຊົມ​ເຊີຍ​ລະ​ບຸ​ຕື່ມ​ວ່າ, ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຢ່າງ​ຖາ​ວອນ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ​ສະ​ນັ້ນ, ຈິ່ງຕ້ອງ​ການ​​ໃຫ້ປະ​ເທດ​ຕ່າງໆ​ອຸດ​ທິ​ສະ​ຕິ​ປັນ​ຍາ ແລະ ກຳ​ລັງ​ຂອງ​ຕົນ​ຕໍ່​ເລື່ອງ​ນີ້. ໂດຍ​ຜະ​ເຊີນ​ໜ້າ​ກັບ​ໄພ​ຂົ່ມ​ຂູ່​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ສັບ​ສົນ, ປະ​ເທດ​ຕ່າງໆ​ຄວນ​ສາ​ມັກ​ຄີ​ກັນ​ເຂົ້າ​ຢ່າງ​ແໜ້ນ​ແຟ້ນ, ຍຶດ​ໝັ້ນ​ການ​ປົກ​ປ້ອງ​ລະ​ບົບ​ສາ​ກົນ​ທີ່​ຖື ສ​ປ​ຊ ເປັນ​​ແກນກາງ, ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ດ້ານຄວາມ​ໝັ້ນ​ຄົງ​ແບບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ຊຸກ​ຍູ້​ຂອບ​ຄວາມ​ໝັ້ນ​ຄົງ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ດ້ານ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ, ຊຸກ​ຍູ້​ໃຫ້​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ມີ​ສັນ​ຕິ​ພາບ​ຖາ​ວອນ ແລະ ມີ​ຄວາມ​ໝັ້ນ​ຄົງ​ທົ່ວ​ໄປ ພ້ອມ​ທັງ​ປະ​ກອ​ບ​ສ່ວນຫຼາຍກວ່າ​ເກົ່າ ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ໂລກ ແລະ ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.

ຄຳ​ເຫັນ

0