ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 19 ຕຸລານີ້, ທ່ານມາກ ແອສເປີ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາກ່າວວ່າ, ໄດ້ຖອນທະຫານປະມານ 1000 ຄົນ ທີ່ປະຈຳຢູ່ພາກຕາເວັນອອກສຽງເໜືອຊີຣີມາປະຈຳຢູ່ພາກຕາເວັນຕົກຂອງປະເທດອີຣັກ ເພື່ອປະຕິບັດໜ້າທີ່ຊ່ວຍປົກປ້ອງປະເທດທີ່ຖືກທຳລາຍຈາກສົງຄາມ ແລະ ເຮັດໜ້າທີ່ຕໍ່ຕ້ານກຸ່ມຫົວຮຸນແຮງ “ລັດອິສລາມ” ແລະ ໜ້າທີ່ອື່ນໆ.
ວັນທີ 20 ຕຸລານີ້, ກະຊວງປ້ອງກັນຊາດອາເມຣິກາໄດ້ເປີດເຜີຍຕາມຄຳເວົ້າກ່ຽວກັບການໃຫ້ສຳພາດຕໍ່ນັກຂ່າວຂອງທ່ານມາກ ແອສເປີ ໃນໄລຍະເດີນທາງໄປອັຟການິສະຖານ, ທ່ານກ່າວວ່າ, ແຜນການຖອນທະຫານດັ່ງກ່າວຈະໃຊ້ເວລາຫຼາຍອາທິດ. ພາຍຫຼັງໄປປະຈຳການຢູ່ອີຣັກແລ້ວ, ຈະມີສອງໜ້າທີ່ຕົ້ນຕໍ ຄື: ຊ່ວຍປ້ອງກັນອີຣັກ ແລະ ສືບຕໍ່ໂຈມຕີກຸ່ມຫົວຮຸນແຮງ “ລັດອິສລາມ”.
ທ່ານມາກ ແອສເປີກ່າວຕື່ມວ່າ, ຕົນໄດ້ປຶກສາຫາລືກັບລັດຖະມົນຕີກະຊວງປ້ອງກັນປະເທດອີຣັກກ່ຽວກັບເລື່ອງນີ້ແລ້ວ ແລະ ກ່າວວ່າ, ນີ້ເປັນແຜນການໃນປັດຈຸບັນນີ້ເທົ່ານັ້ນ ແລະ ອາດຈະປ່ຽນແປງແຜນການໄດ້ທຸກເວລາ.
ປັດຈຸບັນນີ້, ທະຫານອາເມຣິກາໄດ້ປະຈຳການຢູ່ອີຣັກຫຼາຍກວ່າ 5200, ໜ້າທີ່ຕົ້ນຕໍແມ່ນຊ່ວຍຝຶກຊ້ອມທະຫານອີຣັກ ແລະ ເປັນທີ່ປຶກສາທາງການທະຫານ, ຂະນະດຽວກັນຍັງປະຕິບັດໂຈມຕີ “ລັດອິສລາມ” ທີ່ເຫຼືອຢູ່ອີຣັກ.
ຄຳເຫັນ
0