黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​​​ສີ​ຊ່ານ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ

2019-10-21 15:12:25 cri

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ, ທ່ານ​ຫວາງ​ສີ​ຊ່ານ ​ໃນ​ນາມທູດ​ພິ​ເສດ​ຂອງ​ປະ​ທານ​ສີ​ຈິ້ນ​ຜິງ,  ຮອງ​ປະ​ທານ​ປະ​ເທດ​ຈີນ​ໄດ້ເດີນ​ທາງ​​ເຖິງ​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ແຕ່​ວັນ​ທີ 18 ຫາ​ວັນ​ທີ 21 ຕຸ​ລາ​ນີ້​ເພື່ອ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ​ແລະ​ເຂົ້າ​ຮ່ວມ​ພິ​ທີ​​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ທ່ານ​ໂຈ​ໂກ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ. ແລະ​ຈະ​ພົບ​ປະ​ກັບ​ທ່ານ​ໂຈ​ໂກ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ, ທ່ານ​ຢູ​ຊຸ​ຟ ​ການາ​ລາ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ແລະ​ທ່ານ​ມ​ນາ ຣຸ​ຟ ຮອງ​ປະ​ທານ​າ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ຜູ້​ໃໝ່.

ໃນ​ໂອ​ກາດ​ພົບ​ປະ​ກັບ​ທ່ານ​ໂຈ​ໂກ ວິ​ໂດ​ໂດ, ທ່ານ​ຫວາງ​ສີ​ຊ່ານ​ໄດ້ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວແລະ​ຄວາມອວຍ​ພອນ​ຢ່າງ​ຈິງ​ໃຈ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ເຖິງ​ທ່ານໂຈ​ໂກ ໃນ​ໂອ​ກາດ​ທີ່​ທ່ານດຳ​ລົງ​ຕຳ​ແໜ່ງ​​ເປັນປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ອີກ​ສະ​ໄໝ​ໜຶ່ງ. ເຊື່ອ​ວ່າ​ໃນ 5 ປີ​ຕໍ່​ໜ້າ​, ທ່ານ​ໂຈ​ໂກ​ຈະ​ສືບ​ຕໍ່​ນຳ​ພາ​ອິນ​ໂດ​ເນ​ເຊຍ​ປະ​ສົບ​ຜົນສຳ​ເລັດ​ໃຫຍ່​ຫຼວງກວ່າ​ເກົ່າ​ດ້ານ​ການ​ພັດ​ທະ​ນາ​, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ກໍ​ຈະ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ອີກຕື່ມ.

ທ່ານ​ໂຈ​ໂກ ກ່າວ​ວ່າ, ​ທ່ານ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍີ່​ທ່​ານ​ສີ​ຈິ້ນ​ຜິງ ​ທີ່ສົ່ງ​ທູດ​ພິ​ເສດ​ມາ​ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ຕົນ, ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ພົວ​ພັນ​ທີ່​ໃກ້​ຊິດ​ລະ​ຫວ່າງ​ອິນ​ໂດ​ເນ​ເຊຍ​ກັບ​ຈີນ​ຢ່າງ​. ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ຊຸດ​ໃໝ່​ຍິນ​ດີ​​ສົ່ງ​ເສີມ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ອິນ​ໂດ​ເນ​ເຊຍ​ກັບ​ຈີນ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ, ຊຸກ​ຍູ້​​ຍຸດ​ທະ​ສາດ “​ສູນ​ກາງ​ມະ​ຫາ​ສະ​ໝຸດ​ໂລກ” ເຊື່ອມ​ຈອດ​ກັບ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່​ງ​ເສັ້ນ​ທາງ”, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລວ​ທາງ​ເສດ​ຖະ​ກິດ​ພາກ​ພື້ນ​ກັບ​ຈີນ.

ຄຳ​ເຫັນ

0