尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ມີ​ຄວາມ​ສາ​ມາດໃນ​ການ​ຮັບ​ປະ​ກັນ​ການ​ບັນ​ລຸ​ເປົ້າ​ໝາຍດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ

2019-10-21 12:03:23 cri

ໃນ​ກອງ​ປະ​ຊຸມ​ໃຫຍ່​ອຸດ​ສາ​ຫະ​ກຳ VR ໂລກ​ປີ 2019 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ຕຸ​ລາ​ນີ້, ທ່ານ ລີວ​ເຮີ້ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສໂດຍ​ໄດ້​ສົ່ງ​ສັນ​ຍານ​ທີ່​ຕັ້ງ​ໜ້າ​ໃນ 3 ດ້ານ​ຄື: ​ພື້ນ​ຖານເສດ​ຖະ​ກິດ​ຈີນ​ທີ່​​ພັດ​ທະ​ນາ​ໄປ​ໃນທິດ​ທາງ​ທີ່​ດີ​ເປັນ​ໄລ​ຍະ​ຍາວ​ນັ້ນ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ; ການ​ເຈ​ລະ​ຈາ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ໄດ້​ຮັບ​​ຜົນຄືບ​ໜ້າ​ຢ່າງ​ເປັນ​ຮູບ​ປະ​ທຳໃນ​ຫຼາຍ​ຂົງ​ເຂດ,ເປັນ​ການ​ສ້າງ​ພື້ນ​ຖານ​ທີ່​ສຳ​ຄັນໃຫ້​ແກ່​ການ​ບັນ​ລຸ​ສັນ​ຍາ​ໃນ​ແຕ່​ລະໄລ​ຍະ;ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​​ມີຄວາມ​ສາ​ມາດ​ຢ່າງ​ເຕັມ​ສ່ວນ​ໃນ​ການ​ຮັບ​ປະ​​ກັນ​ການ​ບັນ​ລຸເປົ້າ​ໝາຍ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​​ກຳ​ນົດ​ໄວ້. ລວມຍອດ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ​ຫຼືGDPຂອງ​ຈີນ​ໃນ 3 ໄຕ​ມາດ​ ຂອງ​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ 6,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ,ຈັງ​ຫວະການ​ເຕີບ​ໂຕ​ດັ່ງ​ກ່າວ​ສືບ​ຕໍ່​ຢູ່​ອັນ​ດັບ 1 ຂອງ​ກຸ່ມ​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ຂອງ​ໂລກ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ເຂັ້ມ​ແຂງຂອງ​ເສດ​ຖະ​ກິດ​ຈີນ​ທີ່​ມີ​ຄວາມ​ສາ​ມາດ​ຕ້ານ​ທານແລະ​ຮັບ​ມື​ກັບ​ ຄວາມ​ສ່ຽງໄດ້​,ກໍ​ຄື​ຄວາມ​ສາ​ມາດ​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ນຳ​ໃຊ້​ເຄື່ອງ​ມື​ດ້ານ​ນະ​ໂຍ​ບາຍ​ຢ່າງ​ເໝາະ​ສົມ.
 

ກ່ຽວ​ກັບ​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ,​ໃນ​ບົດ​ປາ​ໄສ​ໄດ້​ເນັ້ນ​ໜັກ​ວ່າ: ການ​ຢຸດ​ຕິ​ສົງ​ຄາມ​ການ​ຄ້າມີ​ຜົນ​ດີ​ຕໍ່​ຈີນ,​ທັງ​ມີ​ຜົນ​ດີ​ຕໍ່​ອາ​ເມ​ຣິ​ກາ​ແລະ​ກໍ່​ມີ​ຜົນ​ດີ​ຕໍ່​ທົ່ວ​ໂລກ ເຊິ່ງ​ນີ້​ເປັນ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບ​ຫຼ້າ​ສຸດ​ລະ​ຫວ່າ​ງ​ສອງ​ຝ່າຍ. ບໍ່​ວ່າ​ສະ​ຖາ​ນະ​ການ​ໃນ​ອະ​ນາ​ຄົດ​ຈະ​ມີ​ການ​ປ່ຽນ​ແປງ​​ໄປ​ໃນ​ທິດ​ທາງ​ໃດ​ກໍ່​ຕາມ,ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ມີ​ຄວາມ​ສາ​ມາດ​ຢ່າງ​ເຕັມ​ສ່ວນ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທຸກ​ຮູບ​ແບບ,ເພື່ອ​ຮັບ​ປະ​ກັນ​ການ​ບັນ​ລຸ​ເປົ້າ​ໝາຍ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​​ກຳ​ນົດໄວ້​,ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດທີ່​ມີ​ຄຸນ​ນະ​ພາບ​ສູງ.

ຄຳ​ເຫັນ

0