黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ໂຈ​ໂຄ ວີ​ໂດ​ໂດ​ສາບານ​ຕົວ​ຂຶ້ນຮັບ​ຕຳ​ແໜ່​ງ​​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ອີກ​ສະ​ໄໝ​ໜຶ່ງ

2019-10-21 10:45:03 CRI

ທ່ານ​ໂຈ​ໂຄ ວີ​ໂດ​ໂດ ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍຕໍ່​ເນື່ອງ​ອີກ​ສະ​ໄໝ​ໜຶ່ງ​ ​ໄດ້​ສາບານ​ຕົວ​ຂຶ້ນຮັບ​ຕຳ​ແໜ່​ງ​ໃນ​ວັນ​ທີ 20 ຕຸລາ​ນີ້​ຢູ່ນະຄອນຫຼວງຈາ​ກາ​ຕາ ​ເຊິ່ງ​ເປັນ​ການ​ເລີ່​ມຕົ້ນ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ສະ​ໄໝ​ທີ 2 ຢ່າງ​ເປັນ​ທາງ​ການ. ​ທ່ານ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ໃນ​ພິທີ​ເຂົ້າຮັບ​ຕຳ​ແໜ່​ງວ່າ: ຈະ​ຖື​ເອົາ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ແລະ ສ້າງ​ໂອກາດ​ຫາ​ວຽກ​ເຮັດ​ງານ​ທຳ​ເປັນ​ວຽກ​ງານ​ຈຸດ​ສຸມ​ໃນ​ອາຍຸ​ການ​ດຳລົງຕຳ​ແໜ່​ງປະທານາທິບໍດີ​ສະ​ໄໝ​ທີ 2 ຂອງ​ຕົນ.

​ໃນ​ຄຳ​ປາ​ໄສ, ທ່ານ​ໂຈ​ໂຄ ວີ​ໂດ​ໂດ ຍັງ​​ໄດ້ກ່າວເຖິງ​ເປົ້າໝາຍທີ່​ຍິ່ງ​ໃຫຍ່ ຄື: “ອິນ​ໂດ​ເນ​ເຊຍ​ຕ້ອງພັດທະນາ​​ໃຫ້ເປັນ​ກຸ່ມ​ເສດຖະກິດ​ໃຫຍ່​​ 1 ​ໃນ 5 ຂອງ​ໂລກ​ໃນ​ໂອກາດຄົບຮອບ 100 ປີຂອງ​ການສະຖາປະ​ນາ​ປະ​ເທດ​”. ທ່ານ​ກ່າວ​ຕື່ມ​ວ່າ: ​ເມື່ອ​ຮອດ​ປີ 2045 ​ເຊິ່ງ​ເປັນ​ປີຄົບຮອບ 100 ປີຂອງ​ການສະຖາປະ​ນາ​ປະ​ເທດ, ລວມຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ ຫຼື GDP ຂອງ​ອິນ​ໂດ​ເນ​ເຊຍ​ຈະ​ບັນລຸ​ເຖິງ 7.000 ຕື້​ໂດ​ລາ​ສະຫະລັດ ​ເຊື່ອ​ວ່າ​ເປົ້າໝາຍ​ນີ້​ຈະ​ສາມາດ​ບັນລຸ​ຜົນ​​ເປັນ​ຈິງ​ໄດ້ ​ແຕ່​ກໍ​ຕ້ອງ​ພະຍາຍາມ​ຢ່າງ​ທໍລະ​ຫົດ​ອົດທົນ ​ແລະ ຕ້ອງ​ຍົກ​ປະສິດທິພາບ​ຂອງ​ການ​ເຮັດ​ວຽກ​ໃຫ້​ສູງ​ກວ່າ​ເກົ່າ. ຂະນະ​ທີ່​ຕົນ​ກໍ​ຈະ​ນຳພາ​ຄະນະລັດຖະບານສຸມ​ໃສ່​ຮັບປະກັນ​ການ​ບັນລຸ​ເ​ປົ້າໝາຍ​ການ​ພັດທະນາ​ໃນ​ອາ​ຍຸ​ການ​ດຳລົງ​ຕຳ​ແໜ່​ງ​ໄລຍະ 5 ປີ​ຕໍ່ໜ້າ​ນີ້.

ຄຳ​ເຫັນ

0