ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕົວເລກສະຖິຕິທີ່ອົງການຄຸ້ມຄອງສະໜາມບິນຮົງກົງເປີດເຜີຍໃນວັນທີ 20 ຕຸລານີ້ສະແດງໃຫ້ເຫັນວ່າ, ຈຳນວນຜູ້ໂດຍສານຂອງສະໜາມບິນສາກົນຮົງກົງໃນເດືອນກັນຍາປີນີ້ມີ 4,9 ລ້ານເທື່ອຄົນ, ໄດ້ຫຼຸດລົງ 12,8% ເມື່ອທຽບໃສ່ເດືອນກັນຍາປີຜ່ານມາ; ຈຳນວນຂຶ້ນ-ລົງຂອງເຮືອບິນແມ່ນ 33.390 ຖ້ຽວ, ຫຼຸດລົງ 1% ເມື່ອທຽບໃສ່ເດືອນກັນຍາປີຜ່ານມາ; ຈຳນວນການຂົນສົ່ງສິນຄ້າມີ 406.000 ໂຕນ, ຫຼຸດລົງ 5,9% ເມື່ອທຽບໃສ່ເດືອນກັນຍາປີຜ່ານມາ.
ເຈົ້າໜ້າທີ່ອົງການຄຸ້ມຄອງສະໜາມບິນຮົງກົງກ່າວວ່າ, ຍອດຈຳນວນຜູ້ໂດຍສານໃນເດືອນກັນຍາໄດ້ຫຼຸດລົງຕົ້ນຕໍແມ່ນຍ້ອນນັກທ່ອງທ່ຽວເຂົ້າໄປທ່ຽວຮົງກົງໜ້ອຍລົງ.
ສ່ວນການຂົນສົ່ງສິນຄ້າຍ້ອນວ່າສະພາບແວດລ້ອມການຄ້າທົ່ວໂລກບໍ່ແນ່ນອນ, ຈຳນວນການຂົນສົ່ງສິນຄ້າຂອງສະໜາມບິນສາກົນຮົງກົງຈິ່ງໄດ້ຫຼຸດລົງ. ໃນບັນດາປະເທດແລະເຂດແຄວ້ນທີ່ມີສາຍພົວພັນດ້ານການຄ້າຕົ້ນຕໍກັບຮົງກົງນັ້ນ, ຈຳນວນສິນຄ້າຈາກຍີ່ປຸ່ນ ແລະ ອິນເດຍໄດ້ເພີ່ມຂຶ້ນໜ້ອຍໜຶ່ງ.
ຄຳເຫັນ
0