覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລື່ອງ “ຫຼຽງ​ເຈ່ຍ​ເຫີ ” 5

2019-10-23 16:57:50 cri

ການ​ເດີນ​ທາງ​ໄປ​ກັບ​ລະ​ຫວ່າງ​ບ້ານ​ຫຼຽງ​ເຈ່ຍ​ເຫີ​ກັບ​ຕາ​ແສງ​ເວີນ​ອ່ານ​ຢີ້​ເປັນ​ໄລ​ຍະ​ທາງປະ​ມານ 15 ກິ​ໂລ​ແມັດ, ຊາວ​ບ້ານ​ໄປ​ຊື້​ເຄື່ອງ​ໃຊ້​ປະ​ຈຳ​ວັນ​ຢູ່​ໃນ​ຕາ​ແສງ​​ດ້ວຍ​ການ​ຍ່າງເທື່ອ​ໃດ​ກໍ​ຕ້ອງ​ໃຊ້​ເວ​ລາ​ກວ່າເຄິ່ງ​ມື້. ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ທ່ານ​ສີ​ຈິ້ນ​ຜິງ​ກັງ​ວົນ​ມາ​ໂດຍ​ຕະຫຼອດ. ພາຍຫຼັງ​ບ້ານ​ຫຼຽງ​ເຈ່ຍ​ເຫີ​ໄດ້​ນຳ​ໃຊ້​ແກັ​ສ​ຊີ​ວະ​ພາບ​ຢ່າງ​ທົ່ວ​ເຖິງ​ແລ້ວ, ເພິ່ນ​ກໍ​ເລີ່ມ​ວາງ​ແຜນ​ເພື່ອ​ເຮັດ​ວຽກ​ທີ່​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຊາວ​ບ້ານ​ໃຫ້ຫຼາຍກວ່າ​ເກົ່າ.
 

圖片默認標題_fororder_tishfljlsfysfhsflse1
ສະ​ຫະ​ກອນ​ຕີ​ເຫຼັກ​
 

 ໃນ​ບ້ານ​ມີ ​ຊ່າງ​ຕີ​ເຫຼັກ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ເລີຍ​ຄິດ​ວ່າ ຖ້າ​ວ່າ​ໃຫ້​ລາວ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ພິ​ເສດ​ຂອງ​ຕົນ​ເພື່ອ​ຮັບ​ໃຊ້​ຊາວ​ບ້ານ ເຊັ່ນ​ວ່າ ຕີ​ເຄື່ອງ​ມື​ກະ​ສິ​ກຳແລະສ້ອມ​ແປງ​​ເຄື່ອງ​ມື​ກະ​ສິ​ກຳ​ໃຫ້​ຊາວ​ບ້ານ​ມັນ​ຊິ​ບໍ່​ດີກວ່າ​ບໍ? ຕໍ່​ມາ, ບ້ານ​ລຽງ​ເຈ່ຍ​ເຮີ​ໄດ້​ສ້າງ​ຕັ້ງ​ຫ້ອງ​ຕີ​ເຫຼັກ​ນ້ອຍໆ​ຫ້ອງ​ໜຶ່ງ ເພື່ອ​ສ້າງ​ເປັນ​ສະ​ຫະ​ກອນ​ຕີ​ເຫຼັກ.
 

 ຕາມ​ແຜນ​ການ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ສະ​ຫະ​ກອນ​ຕີ​ເຫຼັກ​ຈະ​ປະ​ຕິ​ບັດ​ລະ​ບຽບ​ການ​ຄຸ້ມ​ຄອງ​ແບບ​ກຳ​ນົດ​ໜ້າ​ວຽກ, ພາຍຫຼັງ​ສຳ​ເລັດ​ໜ້າ​ທີ່​ວຽກ​ງານ​ທີ່​ກຳ​ນົດ​ໄວ້​ແລ້ວ ຍັງ​ສາ​ມາດ​​ແບ່ງ​ຜົນ​ກຳ​ໄລ​ອີກ. ຊ່າງ​ຕີ​ເຫຼັກ​ຕ້ອງ​ຈົດ​ຄະ​ແນນ​ເຮັດ​ວຽກ​ຄື​ກັນກັບຊາວ​ກະ​ສິ​ກອນ,ແລະ​ມີ​ໜ້າ​ທີ່​ສ້​ອມ​ແປງ​ເຄື່ອງ​ມື​ກະ​ສິ​ກຳ​ໃຫ້​ຊາວ​ກະ​ສິ​ກອນ​ໂດຍ​ບໍ່​​ເກັບ​ຄ່າ, ເຄື່ອງ​ມື​ກະ​ສິ​ກຳ​ທີ່​ຜະ​ລິດ​ອອກນອກແຜນ​ການ​ນັ້ນ​ສາ​ມາດ​ຂາຍ​ໃຫ້​ບໍ​ລິ​ສັດ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ສຳ​ຮອງ​ໃນ​ເມືອງ​ເພື່ອ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ລວມ​ໝູ່.
 

 ເມື່ອ​ເຮັດ​ແນວ​ນັ້ນ​ແລ້ວ, ຖ້າ​ຊາວບ້ານ​ຕ້ອງ​ການ​ເຄື່ອງ​ມື​ກະ​ສິ​ກຳ ກໍສາ​ມາດ​ໄປ​ເອົາ​ຢູ່​ທີ່​ສະ​ຫະ​ກອນ​ຕີ​ເຫຼັກ​ໂດຍ​ກົງ​ເລີຍ​ໂດຍ​ບໍ່​ຕ້ອງ​ໄປ​ຊື້​ຢູ່​ໃນ​ຕາ​ແສງ​ເວີນ​ອ່ານ​ຢີ້​ອີກ ເຊິ່ງ​ໄດ້​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ຊາວ​ບ້ານ ທັງ​ໄດ້ຫຼຸດ​ຕົ້ນ​ທຶນ​ການ​ຜະ​ລິດ,ທັງ​ປະ​ຢັດ​ເວ​ລາ​ອີກ, ​ເຊິ່ງ​ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຕົວ​ຈິງ. ຕາມ​ບົດ​ລາຍ​ງານ​ສະ​ຖິ​ຕິ​ຂອງສະ​ຫະ​ກອນ​ຕາ​ແສງ​ເວີ່ນ​ອ່ານ​ຢີ້ສະ​ບັບ​ໜຶ່ງ​ໄດ້​ລະ​ບຸ​ວ່າ: ປີ  1974, ສະ​ຫະ​ກອນ​ຕີ​ເຫຼັກ​ຂອງ​ບ້ານຫຼຽງ​ເຈ່ຍ​ເຫີໄດ້​ຜະ​ລິດ​ເຄື່ອງ​ມື​ກະ​ສິ​ກຳ 1500 ເຄື່ອງ.

 

 ຕາມ​ແລວ​ຄວາມ​ຄິດ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຄິດວິ​ທີ​ການ​ພັດ​ທະ​ນາ​ການ​ຜະ​ລິດ​ອີກຫຼາຍ​ວິ​ທີ​ອອກ​ມາ. ຕໍ່​ມາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສ້າງ​ຮ້ານ​ຄ້າ​ຕົວ​ແທນ​ຈຳ​ໜ່າຍ​ເຊິ່ງ​ລັດ​ເປັນ​ຜູ້​ຄຸ້ມ​ຄອງ, ສະ​ຫະ​ກອນ​ຕັດ​ຫຍິບ, ສວນ​ປູກ​ຜັກ, ຫ້ອງ​ໂມ້​ຢູ່​ໃນ​ບ້ານ​ລຽງ​ເຈ່ຍ​ເຮີ​ຕາມ​ລຳ​ດັບ.

 

 ໂມ້​ເຫຼັກ​ໃນ​ຫ້ອງ​ໂມ້​ຂອງ​ບ້ານ ແມ່ນ​ທ່ານ​ສີ​ຈິ້ນ​ຜິງ​​ໄດ້​ເອົາ​ລົດ​ຈັກ 3 ລໍ້​ແລກ​ເອົາ. ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ເລົ່າ​ສູ່​ຟັງ​ວ່າ: “ໃນ​ຕອນ​ນັ້ນ, ຢູ່​ເຂດ​ຢຽນ​ອ່ານ​ມີ​ໄວ​ໜຸ່ມ​ປັນ​ຍາ​ຊົນ​ປັກ​ກິ່ງ 3 ໝື່ນ​ຄົນ, ຂ້າ​ພະ​ເຈົ້າ​ເປັນ​ຜູ້​ທຳ​ອິດ​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ບ້ານ. ​ອົງ​ການ​ປົກ​ຄອງນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ໃຫ້​ລາງວັນ​ຂ້າ​ພະ​ເຈົ້າຄື​ລົດ​ຈັກ 3 ລໍ້​ຄັນ​ໜຶ່ງ, ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ລົດ​ຄັນ​ນີ້​ບໍ່​ມີ​ປະ​ໂຫຍດ​ຫຍັງ​ຈົນ​ຂັບ​ລົດ​ເຂົ້າ​ບ້ານ​ກໍ​ບໍ່​ໄດ້, ຫຼື​ເອົາ​ໄປ​ແລກ​ເອົາ​ສິ່ງ​ທີ່​ເປັນ​ປະ​ໂຫຍດ​ຈັກ​ອັນ​ດີກວ່າ.ຕໍ່​ມາ,​ຂ້າ​ພະ​ເຈົ້າ​ຂັບ​ລົດ​ນີ້​ໄປ​ເຖິງ​ພະ​ແນກ​ກົນ​ຈັກ​ກະ​ສິ​ກຳ​ເມືອງ​ຢຽນ​ອ່ານ. ຂ້າ​ພະ​ເຈົ້າ​ບອກວ່າ ລົດ​ຈັກ 3 ລໍ້​ຄັນ​ນີ້​ແມ່ນ​ທາງ​ປັກ​ກິ່ງມອບ​ໃຫ້​ເປັນ​ລາງວັນ, ຂ້າ​ພະ​ເຈົ້າ​ຢາກ​ແລກ​ເອົາ​ກົນ​ຈັກ​ກະ​ສິ​ກຳຫຼາຍ​ເຄື່ອງ​ນຳ​ພວກ​ເຈົ້າ. ເຂົາ​ເຈົ້າ​ຟັງ​ແລ້ວ​ຮູ້​ສຶກ​ດີ​ໃຈຫຼາຍ,ໃນ​ເວ​ລາ​ນັ້ນ, ລົດ​ຈັກ3ລໍ້​ແບບນັ້ນ​ແມ່ນ​ສິ່ງ​ທີ່​ມີ​ໜ້ອຍ​ຢູ່​ເມືອງ​ຢຽນ​ອ່ານ, ໃນ​ທີ່​ສຸດ​ກໍ​ສາ​ມາດ​ແລກ​​ເອົາລົດ​ໄຖ​ນາຫຍີ່​ຫໍ້ ຕຸ່ງ​ຟາງ​ຫົງ 52 ແຮງ​ມ້າ ຄັນ​ໜຶ່ງ, ຈັກ​ໂມ້​​ໜຶ່ງ​ເຄື່ອງ, ຈັກ​ແຍກ​ສິ່ງ​ເສດ​ເຫຼືອໜຶ່ງ​ເຄື່ອງ, ຈັກສີເຂົ້າໜຶ່ງເຄື່ອງ, ປ້ຳ​​ດູດນ້ຳ​ໜ່ວຍ​ໜຶ່ງ, ກົນ​ຈັກ​ເຫຼົ່າ​ນີ້​ມີ​ປະ​ໂຫຍດຫຼາຍ.  ”
 

ຄື​ແນວ​ນີ້ຫຼະ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເອົາ​ລາງວັນ​ສ່ວນ​ຕົວ​ແລກ​ເອົາ​ເຄື່ອງ​ຈັກ​ກະ​ສິ​ກຳ​ທີ່​ເປັນ​ປະ​ໂຫຍດ​ໃຫ້​ຊາວ​ບ້ານ​ທັງຫຼາຍ.
 

ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງກວ່າ​ໝູ່​ໃຫ້​ແກ່​ຊາວ​ບ້ານ​ຍັງ​ແມ່ນ​ຜົນ​ປະ​ໂຫ​ຍດ​ທີ່​ສ້າງ​ຂຶ້ນຫຼັງ​ຈາກ​ຫ້ອງ​ໂມ້​ສ້າງ​ຂຶ້ນ​ແລ້ວ. ແຕ່​ກ່ອນ, ຊາວ​ບ້ານ​ທັງຫຼາຍ​ລ້ວນ​ແຕ່​ໃຊ້​ໂມ້​ຫີນ​ໂມ້ເຂົ້າ​ເບຼໃຫ້​ເປັນ​ແປ້ງ, ​ໃຊ້​ໂຕ​ລໍ​ລາກ​ໂມ້,ທັງ​ເປືອງ​ແຮງ​ແລະ​ເວ​ລາຫຼາຍ, ​ໂມ້ແຕ່​ເຊົ້າ​ຮອດ​ບ່າຍ​ໄດ້​ແປ້ງ​ພຽງ​ແຕ່ 10- 15 ກິ​ໂລ​ເທົ່າ​ນັ້ນ. ສ່ວນ​ຈັກ​ໂມ້​ທີ່​ໃຊ້​ນ້ຳ​ມັນ​ກາ​ຊວນ​ໜ່ວຍ​ໜຶ່ງ ມີ​ຜູ້​ບັນ​ຊາ​ຄວບ​ຄຸມ​ພຽງ​ຜູ້​ດຽວ​ເທົ່າ​ນັ້ນ​ກໍ​ສາ​ມາດ​ໂມ້​ເຂົ້າ​ເບຼ​ໃຫ້​ໝົດ​ບ້ານ​ໄດ້​ເລີຍ ທັງ​ໄວ​ທັງ​ດີ. ເຮັດ​ແນວ​ນີ້ ບໍ່​ຕ້ອງ​ໃຊ້​ກຳ​ລັງ​ຄົນ​ແລະ​ກຳ​ລັງ​ສັດ​ລາກ​ອີກ, ກຳ​ລັງ​ການ​ຜະ​ລິດ​ທີ່​ປົດ​ປ່ອຍ​ອອກ​ມາ​ເຫຼົ່າ​ນີ້​ກໍ​ສາ​ມາດ​ໃຊ້​ເຂົ້າ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ​ອື່ນໆ​ໄດ້.
 

 ໃນ​ຍຸກ​ນັ້ນ, ຊາວ​ກະ​ສິ​ກອນ​ອາ​ໄສ​ຄະ​ແນນ​ເຮັດ​ວຽກ​ມາ​ລ້ຽງ​ຊີບ​ຕົນ​ເອງ. ຄະ​ແນນ​ເຮັດ​ວຽກ​ກໍ​ຄື​ເງິນ​ແລະ​ອາ​ຫານ. ບ້ານຫຼຽງ​ເຈ່ຍ​ເຫີສ້າງ​ສະ​ຫະ​ກອນ​ຕີ​ເຫຼັກ,ຮ້ານ​ຄ້າ​ຕົວ​ແທນ​ຈຳ​ໜ່າຍ​ເຊິ່ງ​ລັດ​ເປັນ​ຜູ້​ຄຸ້ມ​ຄອງ,ສະ​ຫະ​ກອນ​ຕັດ​ຫຍິບ​ແລ້ວ, ພວກ​ຊາວ​ກະ​ສິ​ກອນ​ກໍ​ສາ​ມາດ​ເອົາ​ຄະ​ແນນ​ເຮັດ​ວຽກ​ຂອງ​ຕົນ​ໄປ​ແລກ​ເອົາ​ເຄື່ອງ​ນຸ່ງ​ຫົ່ມ, ເຄື່ອງ​ມື​ກະ​ສິ​ກຳ​ແລະ​ເຄື່ອງ​ໃຊ້​ປະ​ຈຳ​ວັນ​ໃນ​ບ້ານ​ໄດ້​ເລີຍ. ການ​ສ້າງ​ເສດ​ຖະ​ກິດ​ໃຫ້​ມີ​ຊີ​ວິດ​ຊີ​ວາ​ພາຍ​ໃນ​ບ້ານ​ແບບ​ນີ້, ເວົ້າ​ສຳ​ລັບ​ຊາວ​ບ້ານ​ທີ່​ຂາ​ດ​ເງິນ​ແລ້ວ​ມັນ​ຈັ່ງ​ແມ່ນ​ສະ​ດວກຫຼາຍ​ໂດຍ​ບໍ່​ຕ້ອງ​ສົງ​ໄສ.

ຄຳ​ເຫັນ

0