何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈີ້ນ​ຜິ​ງ​ພົບ​ປະ​ເຈ​ລະ​ຈາກັບ​ປະ​ທາ​ນາ​ທິ​ບໍ​ດີ​ເບຼ​ຊິນ

2019-10-26 13:51:27 CRI

ວັນ​ທີ 25 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່​ານ​ຈາ ບົນ​ໂຊ​ນາ​ໂຣ ປະ​ທາ​ນາ​ທິ​ບໍ​ດີ​ເບຼ​ຊິນ​ຢູ່​ຫໍ​ສະ​ພາ​ປະ​ຊ​າ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ.

圖片默認標題_fororder_1125153909_15720115926001n

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຕໍ່​ທ່ານບົນ​ໂຊ​ນາ​ໂຣ​ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ​ເປັນ​ຄັ້​ງ​ທຳ​ອິດ, ທັງ​ກ່າວວ່າ, ໂລກ​ປະ​ຈຸ​ບັນ​ພວມ​ປະ​ສົບ​ກັບ​ການ​ປ່ຽນ​ແປ​ງ​ອັນ​ໃຫຍ່ຫຼວງ​ຢ່າງ​ບໍ່​ເຄີຍ​ມີ​ມາ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ, ແຕ່​ສັນ​ຕິ​ພາບ ການ​ພັດ​ທະ​ນາ ການ​ຮ່ວ​ມ​ມື ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຍັງ​ຄົງ​ເປັນ​ກະ​ແສຫຼັກ​ຂອງ​ຍຸກ​ສະ​ໄໝ​ໂດຍ​ບໍ່​ໄດ້​ປ່ຽນ​ແປງ, ​ທ່ວງທ່າທີ່​ປະ​ເທດ​ຕະຫຼາດ​ຈະ​ເລີນ​ໃໝ່​ເຊິ່ງ​ລວມ​ທັງ​ຈີນ ແລະ ເບຼ​ຊິນ​ເຂັ້ມ​ມ​ແຂງ​ຂຶ້ນ​ໂດຍ ​ລວມ​ນັ້ນ​ບໍ່​ໄດ້​ປ່ຽນ​ແປງ, ນະ​ໂຍ​ບາຍ​ຂອງ​ຈີນທີ່​ຂະ​ຫຍາຍ​ສາຍ​ພົວ​ພັນ​ຈີນ-ເບຼ​ຊິ​ນ​ຈາກ​ລະ​ດັບ​ສູງ​ທາງຍຸດ​ທະ​ສາດ ແລະ ໄລ​ຍະ​ຍາວ​ໄກ​ນັ້ນ​ບໍ່​ໄດ້​ປ່ຽນ​ແປງ. ປະ​ຈຸ​ບັນ, ຈີນ ແລະ ເບຼ​ຊິນ​ລ້ວນ​ແຕ່​ຢູ່​ໃນ​ໄລ​ຍະ​ສຳ​ຄັນ​ທີ່​ພັດ​ທະ​ນາ​ປະ​ເທດ​ຕົນ, ພວກ​​ເຮົາ​ຄວນ​ສະຫຼຸບ​ອະ​ດີດ, ຈ້ອງມອງ​ອະ​ນາ​ຄົດ, ເປີດ​ວິ​ໄສ​ທັດ​ໃໝ່​ແຫ່ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ເບຼ​ຊິນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສະ​ຖ​ຽນ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່​ງ​ເຮືອງ​ຂອງ​ພາກ​ພື້ນ ກໍ​ຄືຂອງ​ໂລກ.

圖片默認標題_fororder_1125153909_15720098131891n

ທ່ານບົນ​ໂຊ​ນາ​ໂຣ​ກ່າວ​ວ່າ, ຫວັງ​ວ່າ​ສອງ​ຝ່າຍ​ຈະເພີ່ມ​ທະ​ວີ​ການ​ຄ້າ ແລະ ການ​ລົງ​ທຶນ​ເຊິ່ງ​ກັນ​ແລະ​ກັນ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳ​ຄັນ, ເຊັ່ນ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ບິນ​ອະ​ວະ​ກາດ, ກິ​ລາ ແລະ​ອື່ນໆ, ເບຼ​ຊິນ​ຈະ​ເປີດ​ຕະຫຼາດ​ຂອງ​ຕົນ, ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ລົງ​ທຶນ ແລະ ການ​ຮ່ວມ​ມື​ດ້ານ​ພື້ນ​ຖານ​ໂຄງ​ລ່າງ ແລະ​ຂົງ​ເຂດ​ນ້ຳ​​ມັນ ອາ​ຍ​ແກັດ​ທຳ​ມະ​ຊາດ​ຂອງ​ເບຼ​ຊິນ, ພ້ອມ​ທັງ​ຍິນ​ດີ​​ຕ້ອນ​ຮັບນັກ​ທ່ອງ​ທ່ຽນ​ຈີນຫຼາຍກວ່າ​ເກົ່າ​ໄປ​ທ່ຽວ​ເບຼ​ຊິນ ແລະ​ຈະ​ໃຊ້​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ. ເບຼ​ຊິນ​ຍຶດ​ໝັ້ນ​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ, ກໍ​ຍິນ​ດີ​ຮ່ວມ​ກັບ​ຈີນ​ປົກ​ປ້ອງ​ລັດ​ທິຫຼາຍ​ຝ່າຍ ແລະ ການ​ຄ້າ​ເສ​ລີ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ການ​ປະ​ສານ​ງານ​ໃນ​ບັນ​ຫາ​ສຳ​ຄັນ​ຂອງ​ສາ​ກົນ ແລະ ພາກ​ພື້ນ.

ຄຳ​ເຫັນ

0