徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ວ່າ ບັນ​ດາ​ປະ​ເທດ​ຄວນ​ຍຶດ​ໝັ້ນ​ໃນທັດ​ສະ​ນະ​​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ຄວາມ​ເປັນ​ມະ​ນຸດ ບໍ່​ຄວນ​ເຫັນ​ແກ່​ແຕ່​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ຫຼາຍກວ່າ​ຄວາມ​ເປັນມະ​ນຸດ

2019-11-05 11:42:05 cri

ຕາມ​ຂ່າວCRI:ວັນ​ທີ 5 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ວ່າ, ​ບັນ​ຫາ​ທີ່​ພະເຊີນ​ໜ້າ​ໃນການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ຂອງ​ໂລກ, ບໍ່​ມີ​ປະ​ເທດ

​ໃດ​ສາ​ມາດ​ແກ້​ໄຂ​ໄດ້​ດ້ວຍ​ຕົນ​ເອງ. ​ບັນ​ດາ​ປະ​ເທດ​ຄວ​ນ​ຍຶດ​ໝັ້ນ​ທັດ​ສະ​ນະ​​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ຄວາມ​ເປັນມະ​ນຸດ, ​ບໍ່​ຄວນ​ເຫັນ​ແກ່​ແຕ່​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ຫຼາຍກວ່າ​ຄວາມ​ເປັນມະ​ນຸດ.

 

ທ່ານ​ກ່າວ​ວ່າ, ​ເສດ​ຖະ​ກິດໂລ​ກາ​ພິ​ວັດ​ແມ່ນ​ກະ​ແສແຫ່ງ​ປະ​ຫວັດ​ສາດ. ຝ່າຍ​ຕ່າງໆ​ຕ້ອງມີ​ນ້ຳ​ແລະ​ມາດ​ຕະ​ການ​ທີ່ເປີດກວ້າງກວ່າ​ເກົ່າ, ຮ່ວມ​ກັນ​ພັດ​ທະ​ນາ​ໃຫ້​ຕະ​ຫຼາດ​ທົ່ວ​ໂລກ​ກວ້າງໃຫຍ່ກວ່າ​ເກົ່າ, ຈັດ​ຕັ້ງປະ​ຕິ​ບັດ​​ກົນ​ໄກ​ການ​ຊົມໃຊ້​ຮ່ວມ​ກັນ​ຂອງ​ທົ່ວ​ໂລກ​ໃຫ້​ເປັນ​ຮູບ​ປະ​ທຳ, ຈັດ​ຕັ້ງປະ​ຕິ​ບັດ​​ຮູບ​ແບບ​ການ​ຮ່ວມ​ມື​ທົ່ວ​ໂລກ​ໃຫ້ຊີ​ວິດ​ຊີ​ວາ, ຮ່ວມ​ກັນ​ເຮັດ​ໃຫ້​ພະ​ລັງແມ່​ເຮງ​ຂອງການ​ຫັນ​ເປັນ​​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແຫ່ງ​ເຂັ້ມ​ແຂງ​ຂຶ້ນ, ແລະ​ໃຫ້​ພະລັງ​ກີດ​ຂວາງ​ແຮ່ງນ້ອຍ​ແຮ່ງ​ດີ.

ຄຳ​ເຫັນ

0