徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ວ່າ: ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ສ້າງ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ

2019-11-05 11:52:38 CRI

ຕາມ​ຂ່າວCRI: ວັນ​ທີ 5 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຈະ​ສືບ​ຕໍ່ຊຸກ​ຍູ້​ການ​ສ້າງ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ

, ໂດຍຍຶດ​ຖື​ຫຼັກ​ການ​ທີ່​​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງສາ​ຮ່ວມ​ກັນ​ແລະ​​ຊົມໃຊ້​ຮ່ວມ​ກັນ, ຍຶດ​ໝັ້ນ​ໃນ​ທັດ​ສະ​ນະ​ທີ່​​ເປີດ​ປະ​ຕູ​ສູ່​ພາຍນອກ, ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ປອດ​ໂປ່ງ, ພະ​ຍາ​ຍາມ​ບັນ​ລຸ​ເປົ້າ​ໝາຍ​ທີ່​ມີ​ມາດ​ຕະ​ຖານ​ສູງ, ມີ​ຜົນ​ປ​ະ​ໂຫຍດ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແລະ​​ມີຄວາມ​ຍືນ​ຍົງ, ​ຊຸກ​ຍູ້ການ​ສ້າງ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ.

 

ປັດ​ຈຸ​ບັນ​ນີ້, ຈີນ​ແລະ 137 ປະ​ເທດ​ແລະ 30 ອົງ​ການ​ຈັດ​ຕັ້ງສາ​ກົນ​ໄດ້​ລົງ​ນາມ​ໃນເອ​ກະ​ສານ​ຮ່ວມ​ມືກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”  197 ສະບັບ.

 

ຄຳ​ເຫັນ

0