莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສະ​ເໜີ​ຂໍ້​ລິ​ເລີ່ມ 3 ຂໍ້​ກ່ຽວ​ກັບການ​ຮ່ວມ​ກັນ​ສ້າງ​ເສດ​ຖະ​ກິດ​ໂລກ

2019-11-05 11:28:11 CRI

圖片默認標題_fororder_1125187535_15727846247131n

 

ວັນ​ທີ 5 ພະ​ຈິກນີ້, ໃນ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງ​​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຮ່ວມ​ກັນ​ສ້າງ​ເສດ​ຖະ​ກິດ​ໂລກ​ທີ່​ຮ່ວມ​ມື​​ກັນແບບ​ເປີດ​ປະ​ຕູ​, ປະ​ດິດ​ສ້າງ​ໃໝ່​ແບບ​ເປີດ​ປະ​ຕູ, ແລະ​ຊົມ​ໃຊ້​ຮ່ວມ​ກັນ​ແບບ​ເປີດ​ປະ​ຕູ.

ທ່ານສີ​ຈິ້ນ​ຜິງ​ກ່າວ​ວ່າ, ​ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ຂອງປະ​ຫວັດ​ສາດ​ໜ້າ​ໃໝ່, ຈີນນັບ​ມື້​ນັບ​ເປີດ​ປະ​ຕູໃຫ້ກວ້າງ​ອອກ. ຈີນຈະ​ຍຶດ​ໝັ້ນ​​ໃນນະ​ໂຍ​ບາຍ​ພື້ນ​ຖານ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ, ຍຶດ​ໝັ້ນ​ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ ​ການພັດ​ທະ​ນາ ແລະ​ການ​ປະ​ດິດ​ສ້າງ​ໃໝ່​ດ້ວຍ​ການ​ເປີດ​ປະ​ຕູ, ແລະ​ຍຶດ​ໝັ້ນ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ.

ຄຳ​ເຫັນ

0