蔡寶峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຈີນ​ຈະ​ສືບ​ຕໍ່​ເປີດກວ້າງ​ຕະ​ຫຼາດ

2019-11-05 12:33:49 CRI

     ວັນ​ທີ 5 ພະ​ຈິກນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​ຈະ​ສືບ​ຕໍ່​ເປີດກວ້າງ​ຕະ​ຫຼາດ. ທ່ານ​ໄດ້​ນຳ​ເອົາຄຳ​ເວົ້າ​ຂອງ​ປະ​ຊາ​ຊົນ​ຈີນ​ທີ່​ວ່າ“ໂລກກວ້າງ​ໃຫຍ່​ໄພ​ສານ​ແທ້ໆ, ຂ້ອຍ​ຢາກ​ໄປ​ທ່ຽວ​ຊົມ”ມາ​ກ່າວ​ໃນ​ພິ​ທີ​ວ່າ: ຕະ​ຫຼາດ​ຂອງ​ຈີນກວ້າງ​ໃຫຍ່​ໄພ​ສານ, ຍິນ​ດີ​ຕ້ອນ​ຮັບ​ທ່ານ​ມາ​ຊົມ.

     ທ່ານ​ກ່າວ​ວ່າ: ຈີນ​ຈະ​ເພີ່ມ​ທະ​ວີ​ບົດ​ບາດໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂດຍ​ຖື​ເອົາ​ການ​ບໍ​ລິ​ໂພກ​ພາຍ​ໃນເປັນ​ພື້​ນ​ຖານ, ຕັ້ງ​ໜ້າ​ສ້າງ​ຕະ​ຫຼາດບໍ​ລິ​ໂພກ​ພາຍ​ໃນ​ທີ່ຄຶກ​ຄື້ນ​ກວ່າ​ເກົ່າ, ສະ​ໜອງ​ການ​ຮັບປະ​ກັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດ​ຈີນ, ແລະ​ເປີດກວ້າງ​ຊ່ອງ​ທາງ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ. ຈີນ​ຈະ​ໃຫ້​ຄວາມ​ສຳ​ຄັນ​ຫຼາຍກວ່າ​ເກົ່າ​ຕໍ່​ບົດ​ບາດ​ຂອງ​ການ​ຄ້າ​ນຳ​ເຂົ້າ, ຫຼຸດ​ພາ​ສີ​ແລະ​ຕົ້ນ​ທຶນ​ດ້ານ​ລະ​ບຽບ​ການ​ຕື່ມ​ອີກ. ຈີນ​ຈະ​ຊຸກ​ຍູ້​ກາ​ນ​ຄ້າ​ນຳ​ເຂົ້າ​ແລະ​ການ​ຄ້າ​ສົ່ງ​ອອກ ການ​ຄ້າ​ສິນ​ຄ້າ​ແລະ​ການ​ຄ້າ​ບໍ​ລິ​ການ ການ​ຄ້າ​ແລະ​ການ​ລົງ​ທຶນ​ສອງ​ຝ່າຍ ເຮັດ​ໃຫ້​ການ​ຄ້າ​ແລະ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ກັນ, ຊຸກ​ຍູ້​ທັງ​ພາຍ​ໃນ​ແລະ​ສາ​ກົນ​ສາ​ມາດ​ຈໍ​ລະ​ຈອນ​ຢ່າງ​ເສ​ລີ​ແລະ​ເປັນລະ​ບຽບຮຽບ​ຮ້ອຍ.

ຄຳ​ເຫັນ

0