徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ວ່າ​ການ​ທະ​ນາ​ຄານAIIB​ກ່າວ​ວ່າ: ​ການ​ລົງ​ທຶນ​ຢູ່​ອາ​ຊີນ​ຂອງທະ​ນາ​ຄານ​​AIIB​ຕ້ອງ​ຮັບ​ປະ​ກັນ​ຄຸນ​ນະ​ພາບ, ບໍ່​ກໍ່​ໃຫ້​ເກີດມີ​ບັນ​ຫາ​ດ້ານໜີ້​ສິນ

2019-11-06 17:18:33 cri

ທ່ານຈິ່ນ ລີ້ ຊູນ, ຜູ້​ວ່າ​ການ​ທະ​ນາ​ຄານ​​ການ​​ລົງ​ທຶນ​ພື້ນ​ຖານ​ໂຄງ​ການ​ອາ​ຊີ​ຫຼື AII​B ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ວ່າ,  ​AIIB ຫວັງ​ຢາກ​ໃຫ້​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ພາ​​ກ​ພື້ນ​​ອາ​ຊຽນ, ແຕ່ຕ້ອງ​ຮັບ​ປະ​ກັນ​ຄຸ​ນ​ນະ​ພາບ, ​ເຊິ່ງການ​ລົ​ງ​ທຶນ​ແຕ່​ລະ​ງວດ​ລ້ວນ​ແຕ່​ຈະ​ບໍ່​ກໍ່​ໃຫ້ເກີດ​​ບັນ​ຫາດ້ານ​ໜີ້​ສິນ.

 

ວັນ​ທີ 4 ພະ​ຈິກ​ນີ້, 15 ປະ​ເທດ​ສະ​ມາ​ຊິກ​ຂອງສັນ​ຍາ​ວ່າ​ດ້ວຍ​ການ​ພົວ​ພັນ​ຄູ່​ຮ່ວມ​​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ​ຫຼື RCEP ​ໄດ້​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ໂດຍ​ລວມ, ວົງ​ການ​ຕ່າງ​ປະ​ເທດ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ RCEP ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ແລະ​ການ​ຮ່ວມ​ມື​ດ້ານ​ເສດ​ຖ​ະ​ກິດ​ຂອງ​ພາກ​ພື້ນ.

 

ໃນ​ເວ​ລາ​ທ່ານ​ຈິ່ນ ລີ້ ຊູນ​​ກ່າວ​ເຖິງ​ໂອ​ກາດ​ການ​ຮ່ວມ​ມື​ລະ​ຫວ່າງ​ທະ​AIIB ແລະ​ອາ​ຊຽນ​, ທ່ານ​ກ່າວ​ວ່າ, ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ຕັ້ງ AIIB ກ່ອນໝູ່, ທັງ​ແມ່ນ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ຈີນ, ພວກ​ເຮົາ​ຫວັງ​ວ່າ​ສາ​ມາດ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາ​ຊຽນ. AIIB ມີ​ໂຄງ​ການ​ຢ່າງ​ຫຼວງ​ຫຼາຍ​ໃນ​ອາ​ຊຽນ, ແຕ່​ຕ້ອງ​ຮັບ​ປະ​ກັນ​ຄຸນ​ນະ​ພາບ, ໂດຍ​ສະ​ເພາະ​ແມ່ນໃຫ້​ມີ​ລັກ​ສະ​ນະ​​ຍືນ​ຍົງ​ດ້ານ​ການ​ເງິນ.

 

ທ່ານ​ຈິ່ນ ລີ້ ຊູນ​ກ່າວ​ວ່າ, ການ​ລົງ​ທຶນ​ແຕ່​ລະ​ງວດ​ຂອງ​ພວກ​ເຮົາ​ລ້ວ​ນ​ແຕ່​ຈະ​ບໍ່​ກໍ່​ໃຫ້​ເກີດ​ບັນ​ຫາດ້ານ​ໜີ້​ສິນ​ທີ່​ຮັບ​ການ​ລົງ​ທຶນ , ແຕ່​ຄວນ​ເພີ່ມ​ລາຍ​ຮັບ​ແລະ​ຜົນ​ປະ​ໂຫຍດ​ໃຫ້​ເຂົາ​ເຈົ້າ, ລວມ​ທັງ​ໃຫ້​ຄວາມ​ສຳ​ຄັນ​ຕໍ່ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ທ້ອງ​ຖິ່ນ.

ຄຳ​ເຫັນ

0