黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​​ສາ​ກົນ​ຫົງ​ສຽວ​ຄັ້ງ​ທີ​ 2 ພາຍ​ໃຕ້​ຫົວ​ຂໍ້ “ສະ​ບາຍ​ດີ​ໂລກ, ທີ່​ນີ້​ປະ​ເທດ​ຈີນ”

2019-11-07 09:02:03 cri

​ຈີນ​ເປັນ​ປະ​ເທດ​ເກົ່າ​ແກ່​ທັງ​ໜຸ່ມ​ນ້ອຍ. ​ຈີນ​ແມ່ນ​ປະ​ເທດ​ທຳ​ອິດ​ໃນບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ບັນ​ລຸ​ເປົ້າ​ໝາຍ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​​ຕາມ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ​ຈີນ​ໄດ້​ຮັກ​ສາ​ຄວາມ​ຝັນ​ສີ​ຂຽວ, ການ​ປະ​ດິດ​ສ້າງ​ໃໝ່ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​​ຂອງ​ຈີນ​ເຊິ່ງ​ເປັນ​ການ​ເພີ່ມ​ພະ​ລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ; ຈີນ​ຍຶດ​ໝັ້ນ​ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ລົງ​ເລິກ​ການ​ຮ່ວມ​ມື​​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ, ເຊິ່ງເຮັດ​ໃຫ້​ໝາກ​ຜົນ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​​ໄດ້​ດີກວ່າ​ເກົ່າ. ຈີນ​ເຄີຍ​ປະ​ສົບ​​ພົບ​ພໍ້ສົງ​ຄາມ​ແລະ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ, ສະ​ນັ້ນ​ຈີນ​ຈະ​ທະ​ນຸ​ຖະ​ໜອມ​ສັນ​ຕິ​ພາບ​​ຫຼາຍ​ຂຶ້ນ. ໃນ​ໄລ​ຍະ 70 ປີ​ຜ່ານ​ມາ, ຈີນ​ໄດ້​ຕິດ​ຕໍ່​ພົວ​ພັນ​ກັບ​ທົ່ວ​ໂລກ​ຢ່າງ​ແໜ້ນ​ແຟ້ນ, ແລະ​ໄດ້​ປະ​ກອບ​ສ່ວນ​ທາງ​ດ້ານ​ສະ​ຕິ​ປັນ​ຍາ, ວິ​ທີ​ແລະ​ກຳ​ລັງ​ຂອງ​ຈີນ​ເພື່ອ​ບູ​ລະ​ນະ​ການ​ປົກ​ຄອງ​ທົ່ວ​ໂລກ​ໃຫ້​ສົມ​ບູນ​ຂຶ້ນກວ່າ​ເກົ່າ.

ທີ່​ນີ້​ເປັນ​ພາກ​ຕາ​ເວັນ​ອອກ​ຂອງ​ໂລກ. ທີ່​ນີ້​ເປັນ​ປະ​ເທດ​ທີ່​ໜ້າ​ຮັກ​ຫອມ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້! ຢູ່​ທີ່​ນີ້​ມີ​ສິ່ງ​​ມະ​ຫັດ​ສະ​ຈັນ​ແລະ​ຄວາມ​ໂດດ​ເດັ່ນ​ທີ່​ນັບ​ບໍ່​ຖ້ວນ, ທັງ​ມີ​ປະ​ຊາ​ຊົນ 1,4 ຕື້​ຄົນພວມ​ອ້າ​ແຂນ​ຕ້ອນ​ຮັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ!

ສະ​ບາຍ​ດີ​ໂລກ, ທີ່​ນີ້​ປະ​ເທດ​ຈີນ!

ຄຳ​ເຫັນ

0