趙曉虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນໍາສະເໜີປຶ້ມໃໝ່ 4 ເຫຼັ້ມ​ໃນ 2 ພາສາ ລາວ-ຈີນ ພາຍໃຕ້ຫົວຂໍ້ “ເປີດປະຕູ່ສູ່ປະເທດຈີນ”

2019-11-08 10:59:50 cri

圖片默認標題_fororder_1723704860

ຕາມຂ່າວ CRI:ວັນທີ 7 ພະຈິກນີ້ ທີ່ຫໍສະໝຸດແຫ່ງຊາດ, ວິທະຍຸສາກົນແຫ່ງປະເທດຈີນ CRI ປະຈໍາລາວ ຮ່ວມກັບສະມາຄົມນັກປະພັນລາວ ໄດ້ຈັດງານແນະນໍາປຶ້ມໃໝ່ພາຍໃຕ້ຫົວຂໍ້ “ເປີດປະຕູ່ສູ່ປະເທດຈີນ” ໂດຍມີ ທ່ານສໍາ ລານ ຫຼວງອະໄພ ຮອງຫົວໜ້າກົມພິມຈໍາໜ່າຍກະຊວງ ຖວທ ລາວ, ທ່ານ ໂພສີ ແກ້ວມະນີວົງ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍ ສຽງແຫ່ງຊາດລາວ, ມີຜູ້ຕາງໜ້ານັກປະພັນລາວ, ຄູອາຈານ, ນັກຮຽນ- ນັກສຶກສາພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງ ຂອງລາວແລະຈີນເຂົ້າຮ່ວມ.

ງານຄັ້ງນີ້ໄດ້ນໍາສະເໜີປຶ້ມໃໝ່ 4 ເຫຼັ້ມຄື: “ຮູ້ຮອບຈີນ”, “ສັງຮວມຄໍາສັບສໍານວນ, ໂຕງໂຕຍແລະສຸພາ ສິດຈີນ-ລາວ ລາວ-ຈີນ”, “36 ກົນລະຍຸດ” ແລະ “ກະວີເພື່ອ ເຈົ້າ-ບົດກະວີ ຈີນສະໄໝປັດຈຸບັນຮ້ອຍບົດ” ທີ່ເປັນຜົນງານຮ່ວມມືລະຫວ່າງ ວິທະຍຸສາກົນແຫ່ງປະເທດຈີນ ແລະ ສະມາຄົມນັກປະພັນລາວ ເຊິ່ງໄດ້ ຈັດພິມເປັນ 2 ພາສາ ລາວ-ຈີນ.

ທ່ານນາງ ຜິວລາວັນ ຫຼວງວັນນາ ຮອງປະທານສະມາຄົມນັກປະພັນລາວ ໄດ້ຕີລາຄາສູງຕໍ່ການ ພິມຈໍາໜ່າຍ ປຶ້ມໃໝ່ 4 ເຫຼັ້ມໃນຄັ້ງນີ້ ໂດຍກ່າວວ່າ: ຈີນເປັນປະເທດທີ່ມີອາລິຍະທໍາ, ວັດທະນະທໍາທີ່ເກົ່າແກ່ແລະອຸດົມ ສົມບູນທີ່ສຸດຂອງ ໂລກ ເຊິ່ງມີຄວາມຮູ້ສະຕິປັນຍາຫຼາຍສິ່ງຢ່າງ ທີ່ໃຫ້ຜູ້ອ່ານລາວໄດ້ແລກປ່ຽນຮຽນຮູ້. ປຶ້ມເຫຼົ່ານີ້ເປັນ ບົດວັນນະຄະດີ, ສາລະຄະດີທີ່ດີເດັ່ນຂອງຈີນ ເຊິ່ງເປັນປະໂຫຍດ ໃຫ້ຄວາມຮູ້ ສະຕິປັນຍາທີ່ດີຕໍ່ຜູ້ອ່ານໃນລາວ, ເຊື່ອໝັ້ນວ່າປຶ້ມ 4 ເຫຼັ້ມນີ້ຈະເຮັດ ໃຫ້ຜູ້ອ່ານໄດ້ຮັບຮູ້ແລະເຂົ້າໃຈປະເທດຈີນແລະ ປະຊາຊົນຈີນຫຼາຍຂຶ້ນກວ່າເກົ່າ. ທ່ານກ່າວຕື່ມວ່າ, ນີ້ເປັນການຮ່ວມມືທາງດ້ານວິຊາການຄັ້ງທໍາອິດລະຫວ່າງສະມາຄົມ ນັກປະພັນລາວ ແລະ CRI ເຊິ່ງສອງຝ່າຍຍັງຈະສືບຕໍ່ຮ່ວມມືໃນການແປ ແລະ ພິມຈໍາໜ່າຍ​ປື້ມວັນນະຄະດີດີເດັ່ນຂອງສອງປະເທດໃນຂັ້ນຕໍ່ໆໄປ.

ພິເສດ, ເພື່ອເປັນການແລກປ່ຽນວັດທະນະທໍາກໍ່ຄືປະກອບສ່ວນປຶ້ມເຂົ້າໃນຫ້ອງ ສະໝຸດ, ຢູ່ໃນງານຍັງ ໄດ້ມີການມອບຮັບປຶ້ມໃຫ້ແກ່ຫໍສະໝຸດແຫ່ງຊາດ ແລະ ພາກສ່ວນຕ່າງໆ. ນອກນັ້ນ ຍັງໄດ້ຈັດການສົນທະນາ ແລະ ກິດຈະກໍາແລກປ່ຽນວັດທະ ນະທໍາລາວ-ຈີນນໍາອີກ ເຊິ່ງໄດ້ດຶງດູດມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.

ຄຳ​ເຫັນ

0