曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແນະນຳອາຫານຍີ່ຫໍ້ຈີນໃນງານວາງສະແດງອາຫານສາກົນອິນໂດເນເຊຍ 2019

2019-11-14 15:30:30 cri

ວັນ​ທີ 13 ພະ​ຈິກ​ນີ້, ງານ​ວາງ​ສະ​ແດງອ​າ​ຫານ​ສາ​ກົນ​ອິນ​ໂດ​ເນ​ເຊຍ​ຄັ້ງ​ທີ 19 ​ໄດ້ຈັດ​ຂຶ້ນ​ຢູ່​ສູນ​ວາງ​ສະ​ແດງ​ສາ​ກົນ​ຈາ​ກາ​ຕາ ນະ​ຄອນ​ຫຼວງ​ອິນ​ໂດ​ເນ​ເຊຍ. ງານ​ວາງ​ສະ​ແດງ​ອາ​ຫານ​ຄັ້ງ​ນີ້​​ຈະ​ດຳ​ເນີນ​ໄປເປັນ​ເວ​ລາ 3 ມື້, ກະ​ຊວງ​ການ​ຄ້າ​ຈີນ​ພາວິ​ສາ​ຫະ​ກິດ​ອາ​ຫານ​ຫຼາຍ​ແຫ່ງ​ຂອງ​ຈີນ​ເຂົ້າ​ຮ່ວມ, ​ວາງ​ສະ​ແດງອ​າ​ຫາ​ນ​ຍີ່​ຫໍ້​ຈີນ​ເປັນ​ເທື່ອ​ທຳ​ອິດ, ເພື່ອ​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ແລະ​ເຜີຍ​ແຜ່ຜະ​ລິດ​ຕະ​ພັນອາ​ຫານ​ຍີ່​ຫໍ້​ຈີນ, ​ເພື່ອ​ແນະ​ນຳ​ອາ​ຫານ​ທີ່​ມີ​ຊື່​ສຽງ​ແລະ​ດີ​ເລີດ​ຂອງ​ຈີນ​​ເຂົ້າ​​ສູ່ຕະ​ຫຼາດ​ອິນ​ໂດ​ເນ​ເຊຍ, ​ເປັນ​ການ​ເພີ່ມ​ຄວາມ​ນິ​ຍົມ​ຊົມ​ຊອບ​ອາ​ຫານ​ຈີນ​ຢູ່​ອິນ​ໂດ​ເນ​ເຊຍ, ແລະ​ສ້າງ​​ເວ​ທີແລກ​ປ່ຽນ​ທີ່​ຕິດ​ແທດ​ຕົວ​ຈິງ​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ.

ເນື້ອ​ທີ່​ວາງ​ສະ​ແດງ​​ອາ​ຫ​ານ​ຍີ່​ຫໍ້​ຈີນໃນ​ງານ​ວາງ​ສະ​ແດງ​ເທື່ອ​ນີ້ມີ​ເກືອບ 600 ຕາ​ແມັດ, ໄດ້​ເຕົ້າ​ໂຮມ​ວິ​ສາ​ຫະ​ກິດ​ອັນ​ດີ​ເດັ່ນ 58 ແຫ່ງ​ທີ່​ມາ​ຈາກ 18 ​ແຂວ​ງ​ແລະ​ກຳ​ແພງ​ນະ​ຄອນຂອງ​ຈີນ.

ງານ​ວາງ​ສະ​ແດງ​ອາ​ຫານ​ສາ​ກົນ​ອິນ​ໂດ​ເນ​ເຊຍ​ແມ່ນ​​ໜຶ່ງ​ໃນງານ​ວາງ​ສະ​ແດງ​ຂະ​ແ​ໜງ​ການ​ທີ່​ມີ​ຊື່​ສຽງ​ອິດ​ທິ​ພົນໃຫຍ່​ທີ່​ສຸດ​ຢູ່​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ໄດ້​ຈັດ​ຂຶ້ນ​ມາ​ແລ້ວ 18 ຄັ້ງ​ຢ່າງ​ສຳ​ເລັດ.

ຄຳ​ເຫັນ

0