ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ໃນວັນທີ 14 ພະຈິກ 2019 ນີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຄຳນັບ ຂອງ ທ່ານ ພົນເອກ ເຫວິ້ຍ ເຟິ້ງເຮີ ທີ່ປຶກສາແຫ່ງລັດ, ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ພ້ອມຄະນະ ໃນໂອກາດ ທີ່ ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ລະຫວ່າງ ວັນທີ 13-15 ພະຈິກນີ້.
ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ ການເດີນທາງມາ ຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງການ ຂອງ ທ່ານ ພົນເອກ ເຫວິ້ຍເຟິ້ງເຮີ ໃນຄັ້ງນີ້, ເຊິ່ງ ເປັນການຢ້ຽມຢາມ ຄັ້ງທຳອິດ ຖານະເປັນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງສປ ຈີນ ແລະ ຖືວ່າ ການຢ້ຽມຢາມ ຄັ້ງນີ້ ເປັນການປະກອບ ສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນ ມິດຕະພາບ ທີ່ດີງາມ, ທັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີ ແລະ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ສອງກະຊວງ ປ້ອງກັນປະເທດ ລາວ-ຈີນ , ຈີນ-ລາວ ໃຫ້ແຕກດອກອອກຜົນ ຈະເລີນງອກງາມ ຂຶ້ນເລື້ອຍໆ.
ໃນໂອກາດດຽວກັນ, ທ່ານ ພົນເອກ ເຫວິ້ຍ ເຟິ້ງເຮີ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ບຸນຍັງ ວໍລະຈິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພ້ອມທັງໄດ້ແຈ້ງສະພາບການເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກ ເພື່ອສືບຕໍ່ ການຮ່ວມມືໃນວຽກງານຫລາຍດ້ານ ລະຫວ່າງ ກອງທັບ ຈີນ-ລາວ,ລາວ-ຈີນໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ໃນການເດີນທາງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ຄະນະຜູ້ແທນ ການທະຫານຂັ້ນສູງ ສປ ຈີນ ຄັ້ງນີ້ ຍັງໄດ້ເຂົ້າຮ່ວມຮັບຊົມການສະແດງຫັດແອບການທະຫານຍິງລູກປືນແທ້ ຂອງ ກອງພັນໃຫຍ່ 11 ຢູ່ ວິທະຍາຄານ ກົມມະດໍາ, ຢ້ຽມຢາມ ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ແລະເຄື່ອນໄຫວຢ້ຽມຢາມ ໂຮງໝໍ 103.
ຄຳເຫັນ
0