ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ທ່ານສີຈິ້ນຜິງເຂົ້າຮ່ວມກອງປະຊຸມສຸດຍອດຂອງປະເທດບຣິກສູຄັ້ງທີ11ແລະກ່າວປາໄສທີ່ສຳຄັນ
ວັນທີ14ພະຈິກນີ້, ກອງປະຊຸມສຸດຍອດຂອງຜູ້ນຳປະເທດບຣິກສ໊ຄັ້ງທີ11ໄດ້ຈັດຂຶ້ນຢູ່ນະຄອນຫຼວງບຣາຊີເຣຍຂອງບຣາຊີ ທີ່ຈັດໂດຍທ່ານໂບນໂຊນາໂຣ ປະທານາທິບໍດີບຣາຊີນ, ທ່ານສີຈິ້ນຜິງ,ປະທານປະເທດຈີນ, ທ່ານວະລາດີເມຍ ປູຕີນ,ປະທານາທິບໍດີຣັດເຊຍ, ທ່ານໂມດີ,ນາຍົກລັດຖະມົນຕີອິນເດຍ,ແລະທ່ານລາມາຟູຊາ,ປະທານາທິບໍດີອາຟຣີກາໃຕ້ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ຜູ້ນຳຂອງ5ປະເທດໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງແລະກ້າວເຖິງຂັ້ນມີຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງກ່ຽວກັບການຮ່ວມມືລະຫວ່າງບັນດາປະເທດບຣິກສ໋ແລະບັນຫາສາກົນທີ່ສຳຄັນທີ່ສົນໃຈຮ່ວມກັນ ໂດຍປິ່ນອ້ອມຫົວຂໍ້“ການເຕີບໂຕຂອງເສດຖະກິດເພື່ອສ້າງອະນາຄົດແຫ່ງການປະດິດສ້າງ”.
ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສສຳຄັນທີ່ມີຫົວຂໍ້ວ່າ“ພະຍາຍາມເກາະແຂນ ຮ່ວມກັນເພື່ອສ້າງປະຫວັດສາດໜ້າໃໝ່ແຫ່ງການຮ່ວມມື”, ທ່ານກ່າວເນັ້ນວ່າປະເທດບຣິກສ໊ຄວນສະແດງໃຫ້ເຫັນເຖິງຄວາມສາມາດໃນການແບກຫາບພາລະໜ້າທີ່ຂອງຕົນ, ສົ່ງເສີມແລະປົກປ້ອງລັດທິຫຼາຍຝ່າຍດ້ວຍການກະທຳຕົວຈິງ,ສ້າງສະພາບແວດລ້ອມດ້ານຄວາມໝັ້ນຄົງໃຫ້ແກ່ສັນຕິພາບແລະສະຖຽນລະພາບ, ກຳແໜ້ນໂອກາດໃນການປະຕິຮູບແລະປະດິດສ້າງ,ລົງເລິກຊຸກຍູ້ການພົວພັນຄູ່ຮ່ວມດ້ານການປະຕິວັດອຸດສາຫະກຳໃໝ່ຂອງປະເທດບຣິກສ໊,ຊຸກຍູ້ການແບ່ງປັນບົດຮຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນ,ຂະຫຍາຍແລະລົງເລິກການແລກປ່ຽນດ້ານວັດທະນະທຳໃຫ້ກວ້າງກວ່າເກົ່າຢ່າງບໍ່ຢຸດຢັ້ງ. ຈີນຈະຍຶດໝັ້ນການເປີດປະຕູສູ່ພາຍນອກ,ຊຸກຍູ້ການສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ຢ່າງມີຄຸນນະພາບສູງ,ພະຍາຍາມຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊິຟິກແລະປະຊາຄົມຮ່ວມຊາຕາກຳມວນມະນຸດ.
ມື້ດຽວກັນ, ຜູ້ນຳປະເທດບຣິກສ໊ຍັງໄດ້ຈັດກອງປະຊຸມປິດປະຕູ ໂດຍມີທ່ານສີຈິ້ນຜິງໄດ້ກ່າວປາໄສທີ່ສຳຄັນ.ທ່ານສີຈິ້ນຜິງກ່າວເນັ້ນວ່າ,ປະເທດບຣິກສ໊ຕ້ອງສາມັກຄີແລະຮ່ວມມືກັນ,ປະຕິບັດຕາມທ່າອ່ຽງແຫ່ງການພັດທະນາສັງຄົມມະນຸດແລະການປ່ຽນແປງຂອງສະຖານະການສາກົນ. ປະເທດບຣິກສ໊ຄວນເພີ່ມທະວີຄວາມຮູ້ສຶກຕໍ່ພາລະໜ້າທີ່ແລະຄວາມຮີບດ່ວນ,ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ,ບຸກເບີກອະນາຄົດທີ່ສະຫວ່າງສະໄຫວກວ່າເກົ່າໃຫ້ແກ່ປະຊາຊົນ5ປະເທດ,ກໍຄືປະເທດຕະຫຼາດຈະເລີນໃໝ່ແລະປະເທດທີ່ພວມພັດທະນາອັນກວ້າງໃຫຍ່ໄພສານ,ເພື່ອສັນຕິພາບແລະການພັດທະນາຂອງໂລກ.
ຜູ້ນຳຂອງ5ປະເທດເຫັນດີຈະຮ່ວມຈິດຮ່ວມໃຈກັນ,ເພີ່ມທະວີກົນໄກການຮ່ວມມືຂອງບຣິກສ໊,ບັນລຸການພັດທະນາຄວາມຈະເລີນຮຸ່ງເຮືອງຮ່ວມກັນ.
ກອງປະຊຸມຄັ້ງນີ້ໄດ້ອອກ“ຖະແຫຼງການບຣາຊີເຣຍກ່ຽວກັບກອງປະຊຸມສຸດຍອດປະເທດບຣິກສ໊ຄັ້ງທີ11”.
ຄຳເຫັນ
0