吳寧

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ 5 ປີ​ຕໍ່​ໜ້າ, ຈີນ​ຈະ​ໃຫ້ທຶນ​ປະ​ເທດ​ອາ​ຊຽນ 600 ທຶນ​ມາ​ຮຽນ ແລະ ອົບ​ຮົມ​ທໍ​ລະ​ນີ​ສາດ​ຢູ່​ຈີນ

2019-11-15 11:27:20 cri

     ວັນ​ທີ 14 ພະ​ຈິກ​ນີ້, ເວ​ທີ​ປຶກ​ສາ​ຫາ​ລືການ​ຮ່ວມ​ມື​ອຸດ​ສາ​ຫະ​ກຳ​ບໍ່​ແຮ່​ຈີນ-ອາ​ຊຽນ​ຄັ້ງ​ທີ 10 ກໍ່​ຄື​ ງານ​​ໂຄ​ສະ​ນາ​ເຜີຍ​ແຜ່​ລາຍ​ງານ​ວ່າ, ເພື່ອ​ສະ​ໜັບ​ສະ​ໜູນ​ຄວາມ​ສາ​ມາດ​ໃນ​ການ​ຄົ້ນ​ຄວ້າ​ດ້ານ​ທໍ​ລະ​ນີ​ສາດ ແລະ ​ການ​ສ້າງ​ອຸດ​ສາ​ຫະ​ກຳ​ບໍ່​ແຮ່​ຂອງ​ປະ​ເທດ​ອາ​ຊຽນ, ໃນ 5 ປີ​ຕໍ່​ໜ້າ, ຈີນ​ຈະ​ໃຫ້​ທຶນ​ປະ​ເທດອາ​ຊຽນ 600 ທຶນ​ມາ​ຮຽນ ແລະ ອົບ​ຮົມ​ທໍ​ລະ​ນີ​ສາດ​ຢູ່​ຈີນ.
      ເວ​ທີ​ປຶກ​ສາ​ຫ​າ​ລື​ຄັ້ງ​ນີ້ມີ​ຫົວ​ຂໍ້​ວ່າ “ລົງ​ເລິກ​ການ​ຮ່​ວມ​ມື​ດ້ານ​ບໍ່​ແຮ່​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຊຸກ​ຍູ້​ເສດ​ຖະ​ກິດ​ໃຫ້ພັດ​ທະ​ນາ”,  ພ້ອມ​ກັນ​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ມີ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ ແລະ ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ບໍ່​ແຮ່​ຂອງ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເຊິ່ງ​ລວມ​ທັງ: ຈີນ, ອາ​ຊຽນ, ເອທີ​ໂອ​ປີ, ມາ​ຣົກ ແລະ ປະ​ເທດ​ອື່ນໆ​ເຂົ້າ​ຮ່ວມ.
 

ຄຳ​ເຫັນ

0