曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ເຄື່ອນໄຫວຢ້ຽມຢາມ ສປປ ລາວ

2019-11-15 17:39:27 cri

ໃນວັນທີ 13 ພະຈິກ 2019, ທີ່ກະຊວງປ້ອງກັນປະເທດ ທ່ານ ພົນເອກ ຈັນສະ​ໜອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງ ສປ ຈີນ ເຊິ່ງນຳໂດຍ ​ທ່ານ ພົນເອກ ເຫວິ້ຍ ເ​ຟິ້ງເ​ຮີ ທີ່ປຶກສາແຫ່ງລັດ, ​ທັງ​ເປັນລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ​ໃນໂອກາດທີ່ຄະນະ​ດັ່ງ​ກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 13-15 ພະຈິກນີ້.

ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງ ສົມກຽດທີ່ກະຊວງປ້ອງກັນປະເທດ.ຈາກນັ້ນ,ໄດ້ມີການພົບປະສອງຝ່າຍເຊິ່ງ ທັງສອງ ກອງທັບລາວ-ຈີນ ໄດ້ແຈ້ງສະພາບການ ໃຫ້ກັນຊາບກ່ຽວກັບບັນຫາທາງ ດ້ານການເມືອງ ,ເສດຖະກິດ-ສັງຄົມຂອງສອງປະເທດໂດຍ ສະເພາະແມ່ນດ້ານວຽກງານ ປ້ອງກັນຊາດທີ່ຕ່າງຝ່າຍ​ຕ່າງມີ ຄວາມສົນໃຈ ແລະ ໄດ້ທົບທວນ ຄືນການຮ່ວມມືລະຫວ່າງສອງ ກະຊວງປ້ອງກັນປະເທດ ລາວ-ຈີນ, ຈີນ-ລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມື ໃນຕໍ່ໜ້າ, ​ພ້ອມ​ທັງ​ໄດ້ປຶກສາຫາລື​ກ່ຽວ​ກັບການສະ ກັດກັ້ນການກໍ່ການຮ້າຍ,ອາດ​ຊະຍາກໍາຂ້າມຊາດ ແລະ ອື່ນໆ ແນ ໃສ່ເພີ່ມທະວີການຮ່ວມມືດ້ານ ການທະຫານຢ່າງຮອບດ້ານລະ ຫວ່າງສອງກະຊວງປ້ອງກັນປະ ເທດ ລາວ-ຈີນ ໃຫ້ມີຄວາມເຂັ້ມ ແຂງ ແລະ ຂະຫຍາຍຕົວຢ່າງບໍ່ ຢຸດຢັ້ງ. ສອງຝ່າຍຍັງໄດ້ລົງນາມ ໃນແຜນການຮ່ວມມືນຳກັນ ໃນການ ແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງ,ການກໍ່ສ້າງບຸກຄະລາກອນ,ປັບປຸງກົນໄກ ວຽກງານການຮ່ວມມືປ້ອງກັນຊາຍແດນ,ວຽກງານການເມືອງ ແລະ ວຽກງານການແພດນັ້ນ​ໃຫ້​ຄົບ​ຖ້ວນ. ສ່ວນ ກອງທັບ ສປ ຈີນ ກໍເຫັນດີຈະສືບ ຕໍ່ໃຫ້ການຊ່ວຍເຫລືອທາງດ້ານ ອຸປະກອນເຕັກນິກການທະຫານ, ດ້ານການແພດ ,ປັບປຸງກໍ່ສ້າງບັນດາພະນັກງານນັກຮົບວິທະຍາຄານ​ໃຫ້ແກ່ກອງທັບປະຊາຊົນ ລາວ ,ເພີ່ມທະວີ​ການແລກປ່ຽນໃນຂົງ ເຂດວຽກງານຊາຍແດນ,ເສດຖະ ກິດ-ການຄ້າ ແລະ ອື່ນໆທີ່ສອງ ຝ່າຍໄດ້ມີການຮ່ວມມືກັນ.

​ໃນໂອກາດນີ້, ​ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະ ແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ​ທ່ານ ພົນເອກ ເຫວິ້ຍ ເ​ຟິ້ງເ​ຮີ ພ້ອມຄະນະຜູ້ແທນການທະຫານຂັ້ນສູງ ສປ ຈີນ ເປັນການເສີມຂະຫຍາຍສາຍພົວພັນການຮ່ວມມືທີ່ດີລະຫວ່າງສອງກອງທັບ ລາວ-ຈີນ ກໍຄືປະ ຊາຊົນສອງຊາດ ລາວ-ຈີນ,ຈີນ-ລາວ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວທັງທາງກວ້າງ ແລະ ທາງເລິກ ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ລັດຖະ ບານ ກໍຄືກະຊວງປ້ອງກັນປະ ເທດ ສປ ຈີນ ທີ່ໃຫ້ການສະໜັບ ສະໜູນ, ຊ່ວຍເຫຼືອແກ່ກອງທັບ ປະຊາຊົນລາວ ໃນຫຼາຍຂົງເຂດ ວຽກງານ ເວົ້າລວມ, ເວົ້າສະເພາະ ​ແມ່ນ​ການປະກອບສ່ວນຊ່ວຍເຫຼືອດ້ານພາ ຫະນະອຸປະກອນເຕັກນິກເຂົ້າ ໃນມື້ສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບ ປະຊາຊົນລາວ ຄົບ ຮອບ 70 ປີ.         ໃນວັນດຽວກັນ,ຄະນະຜູ້ແທນ ການທະຫານຂັ້ນສູງ ກອງທັບ ປົດປ່ອຍປະຊາຊົນຈີນຍັງໄດ້ເຂົ້າວາງພວງມະລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ)ເພື່ອ​ລະ​ນຶກເຖິງຜົນງານ ແລະ ວິ​ລະ​ກຳທີ່ເຕັມໄປດ້ວຍ ຄວາມເສຍສະຫຼະອັນຍິ່ງໃຫຍ່ ແລະ ສູງສົ່ງໃນການຕໍ່ສູ້ກູ້ຊາດ ຂອງນັກຮົບປະຕິວັດທີ່ມີຕໍ່ຊາດຕໍ່ປະຊາຊົນ​ລາວ.

圖片默認標題_fororder_109650065

圖片默認標題_fororder_234342950

圖片默認標題_fororder_1378520797

 

ຄຳ​ເຫັນ

0